ທ່ານ ທອງທິບ ສີວິໄຊ ຮັກສາການຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ໃຫ້ສຳພາດວ່າ: ປັດຈຸບັນ ດ່ານສາກົນ ໄດ້ມີການກະກຽມຄວາມພ້ອມທຸກດ້ານ ໃສ່ເປີດປີທ່ອງທ່ຽວລາວ 2018 ເປັນຕົ້ນແມ່ນ ດ້ານຄວາມສະຫງົບ, ການບໍລິການ, ການພັດທະນາພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກ ການປະດັບປະດາ ອະນາໄມຄວາມສະອາດ ແລະ ອື່ນໆ ເພື່ອສ້າງຄວາມສະດວກໃຫ້ແກ່ແຂກ ແລະ ນັກທ່ອງທ່ຽວເຂົ້າ-ອອກພາຍໃນດ່ານ ເຊິ່ງການຮັກສາຄວາມສະຫງົບພາຍໃນດ່ານ ມີກຳລັງປ້ອງກັນຄວາມສະຫງົບ 7 ພາກສ່ວນ ກວດກາສິນຄ້າ ແລະ ຄົນເຂົ້າອອກຕາມພາລະບົດບາດຂອງຕົນ, ດ້ວຍຄວາມຮັບຜິດຊອບສູງ ຜ່ານມາສາມາດກວດພົບອາວຸດເສິກ ຈຳນວນໜຶ່ງ ແລະ ຄົນເຂົ້າ-ອອກເມືອງບໍ່ຖືກຕ້ອງ 83 ຄົນ ພ້ອມນີ້ຍັງສົມທົບກັບກຳລັງຂອງມະຫາຊົນ ແລະ ໜ່ວຍປ້ອງກັນຕາມຮ້ານຄ້າຕ່າງໆ
ຈັດຕັ້ງປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ກວດກາ ແກ້ໄຂການຈອດລົດ ແລະ ຂາຍເຄື່ອງບໍ່ເປັນລະບຽບຮຽບຮ້ອຍ ເປັນຕົ້ນ ຈອດລົດຊະຊາຍ ການກຳນົດຈອດລົດຈັກ ແລະ ເດືອນພະຈິກ 2017 ຈະໄດ້ເປີດນຳໃຊ້ເສັ້ນທາງຂາອອກ, ປັດຈຸບັນມີຜູ້ເຂົ້າ-ອອກພາຍໃນດ່ານ ສະເລ່ຍ 9 ພັນກວ່າຄົນຕໍ່ວັນ ພະນັກງານຕ້ອງເຮັດວຽກແຕ່ເຊົ້າຈົນຮອດ 22:00 ໂມງ ຈຶ່ງປິດດ່ານ ແລະ ຕໍ່ໄປເພື່ອຄວາມສະດວກ ໄດ້ສົມທົບກັບ ທະນາຄານການຄ້າຕ່າງປະເທດ ເປັນຜູ້ເກັບເງິນຄ່າບໍລິການຕ່າງໆຢູ່ຈຸດດຽວ ພາຍຫຼັງສຳເລັດແລ່ນເອກະສານ ຄາດວ່າເດືອນຕຸລາ ຈະໄດ້ເລີ່ມຈັດຕັ້ງປະຕິບັດ
ສຳລັບການປະດັບປະດາດ່ານ ໄດ້ເຊັນສັນຍາກັບບໍລິສັດສ້ອມແປງອາຄານ ແລະ ສົມທົບກັບພະແນກ ຖວທ ນວ ຕິດຕັ້ງປ້າຍໂຄສະນາການທ່ອງທ່ຽວ ປະດັບປະດາເສົາໄຟ ແລະ ອື່ນໆ ດ້ານການບໍລິການກໍ່ໄດ້ເນັ້ນໃຫ້ພະນັກງານ ເຮັດວຽກດ້ວຍຄວາມຮັບຜິດຊອບສູງ ບໍລິການຄ່ອງແຄ້ວວ່ອງໄວ ຍິ້ມແຍ້ມແຈ່ມໃສ ສຸພາບຮຽບຮ້ອຍ ແລະ ທຸລະກິດຫ້າງຮ້ານຢູ່ພາຍໃນດ່ານ ກໍ່ຕ້ອງປະຕິບັດຕາມລະບຽບການຊື້-ຂາຍ ບໍ່ໃຫ້ຂາຍຊະຊາຍ ໂດຍລວມແລ້ວທຸກຢ່າງມີຄວາມພ້ອມທຸກດ້ານ. ໂອກາດນີ້ ທ່ານ ທອງທິບ ສີວິໄຊ ຍັງໄດ້ຮຽກຮ້ອງມາຍັງພະນັກງານ ກໍ່ຄືເຈົ້າໜ້າທີ່ປະຈຳດ່ານ ຕະຫຼອດຮອດຜູ້ປະກອບການທີ່ເຄື່ອນໄຫວທຸລະກິດຢູ່ພາຍໃນດ່ານ ຈົ່ງພ້ອມກັນມີສ່ວນຮ່ວມ ປະກອບສ່ວນດ້ານຕ່າງໆ ເພື່ອສ້າງໃບໜ້າໃບຕາໃຫ້ແກ່ປະເທດຊາດ ເນື່ອງຈາກວ່າດ່ານແຫ່ງນີ້ ເປັນປະຕູດ່ານໜ້າທີ່ຕ້ອນຮັບແຂກ ແລະ ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາທ່ຽວ ສປປ ລາວ ກໍ່ຄືນະຄອນຫຼວງວຽງຈັນ ຖ້າວ່າປະຕິບັດດ້ານຕ່າງໆໄດ້ດີ ຈະເປັນການດຶງດູດເອົານັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວນັບມື້ຫຼາຍຂຶ້ນ.
Editor: ກຳປານາດ ລັດຖະເຮົ້າ