ໃນວັນທີ 8 ຕຸລາ 2017 ທີ່ຜ່ານມາ, ຢູ່ຫ້ອງການບ້ານວົງວິໄລ ໄດ້ມີພີທີມອບ-ຮັບເຄື່ອງ ສະໜັບສະໜັບຈາກບັນດານັກທະລກິດ, ບຸກຄົນປະກອບສ່ວນ, ທ່ານ ຈັນສະໜອນ ທອງສີນັກທຸລະກິດບ້ານວົງວິໄລ ສະໜັບສະໜູນເສື້ອນຸ່ງຈໍານວນ 36 ໂຕ ມູນຄ່າ 1 ລ້ານ 2 ແສນກີບ ໃຫ້ນັກກິລາສີພາຍເຮືອຊ່ວງຍີງບ້ານວົງວິໄລ, ຮ້ານອາຫານບຸນແຕ່ງ ໄດ້ສະໜັບສະໜູນເສື້ອຢຶດ ຈໍານວນ 50 ໂຕ ມູນຄ່າ 1 ລ້ານ 8 ແສນກີບ ໃຫ້ແກ່ໜ່ວຍສິລະປະວັນນະຄະດີບ້ານວົງວິໄລ, ທ່ານ ເກດທະຈັກ ຫລວງບໍລິບູນ ສະໜັບສະໜູນເສື້ອນຸ່ງ ຈໍານວນ 40 ໂຕ ມູນຄ່າ 1 ລ້ານ 6ແສນກີບ ໃຫ້ນັກກິລາສີພາຍເຮືອຊ່ວງຊາຍ, ທ່ານ ແສງອາລຸນ ສະໜັບສະໜູນສະປອນເຊີ 5 ແກັດ,ນໍ້າດື່ມ 15 ແກັດ ໃຫ້ບ້ານວົງວິໄລ ໂດຍແມ່ນຕາງໜ້ານັກທຸລະກິດ,ບຸກຄົນຂື້ນມອບ,ຕາງໜ້າຄະນະບ້ານຂື້ນຮັບ ຊ້ອງໜ້າການຈັດຕັ້ງທຸກຂັ້ນຂອງບ້ານ, ນັກກິລາສີພາຍເຮືອຊ່ວງຍີງ-ຊາຍ ເປັນສັກຂິພິຍານນໍາດ້ວຍ
ຂ່າວຍັງແຈ້ງຕື່ມອີກວ່າ ໃນວັນທີ 9 ຕຸລາ 2017 ນີ້, ທ່ານນາງ .ພູທອງ ພົມມະຈັນ ຄະນະຊີ້ນໍາບ້ານສອນມີໄຊ ໄດ້ສະໜັບສະໜູນເສື້ອຈໍານວນ 30 ໂຕ ມູນຄ່າ 9 ແສນກີບ, ຮ້ານແຈ່ວຮ້ອນນາງ ນຸ້ຍ ສະໜັບສະໜູນເສື້ອຈໍານວນ 40 ໂຕມູນຄາ 1 ລ້ານ 2 ແສນກີບ ໃຫ້ນັກກິລາສີພາຍເຮືອຊ່ວງ,ໂດຍແມ່ນ ທ່ານນາງ. ພູທອງ ພົມມະຈັນ, ທ່ານນາງ ນຸ້ຍ ເປັນຜູ້ມອບ, ທ່ານ ພູວຽງ ພະທິທັກ ນາຍບ້ານສອນມີໄຊ ຂື້ນຮັບ ຊ້ອງໜ້ານັກກິລາສີພາຍເຮືອຊ່ວງຍີງຊາຍເປັນສັກ ຂີພີຍານນໍາດ້ວຍ, ທັງນີ້ກໍ່ເພື່ອເປັນຊຸກຍູ້ສົ່ງເສີມ ແລະ ປະກອບສ່ວນງານບຸນຊວ່ງເຮືອປະເພນີທີ່ ເຄີຍສຶບທອດກັນມາ ໃຫ້ຢູ່ເຊັ່ນລູກເຊັ່ນຫລານ ແລະ ຕະຫລອດໄປ ແລະ ເພື່ອເປັນການຂໍ່ານັບຮັບຕ້ອນຂະບວນການແຂ່ງຂັນບຸນຊ່ວງເຮືອປະຈໍາປີ ທີ່ຈະຈັດຂື້ນຢູ່ທ່ານໍ້າວັງສູນເມືອງເຊໂປນ ໃນ ລະຫວ່າງ ວັນທີ 10-11 ຕຸລາ 2017 ນີ້ ໃຫ້ມີບັນຍາກາດແລະເປັນຂະບວນຄືກຄື້ນ.
Editor: ກຳປານາດ ລັດຖະເຮົ້າ