ເພື່ອເປັນການຊ່ວຍເຫຼືອໃຫ້ກັບຜູ້ທີຖືກເຄາະຮ້າຍຈາກໄພພິບັດທາງທຳມະຊາດ ( ນ້ຳຖ້ວມ ) ໃຫ້ທ່ວງທັນສະພາບ ແລະ ເພື່ອແນໃສ່ເພື່ອປະກອບສ່ວນຊ່ວຍເຫຼືອທາງສັງຄົມ ທີ່ຖືກປະສົບໄພທາງທຳມະຊາດ ໃຫ້ບັນດາແຂວງພາກກາງ, ພາກໃຕ້ ແລະ ພາກເໜືອ ທີໄດ້ຮັບຜົນກະທົບຈາກພະຍຸສົງກາ ; ສະຖານທູດຫວຽດນາມ ປະຈຳ ສປປ ລາວ ຕາງໜ້າໃຫ້ບັນດາຊາວຫວຽດນາມ ປະຈຳ ລາວ ແລະ ປະຊາຊົນຫວຽດນາມ ທີອາໃສຢູ່ ລາວ ໄດ້ຮ່ວມກັນບໍລິຈາກຊ່ວຍເຫຼືອປະຊາຊົນລາວ ຜູ້ຖືກເຄາະຮ້າຍຈາກພະຍຸດັ່ງກ່າວ ເປັນເງິນ ຈຳນວນ 9.546 ໂດລາສະຫະລັດ ຫຼື ປະມານ 79 ລ້ານກວ່າ ກີບ, ນຳມາມອບໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊວ່ຍເຫຼືອຕໍ່ໃຫ້ກັບຜູ້ປະສົບໄພພິບັດດັ່ງກ່າວ.
ພິທີມອບຮັບໄດ້ຈັດຂື້ນໃນວັນທີ 9 ສິງຫາ 2017ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມອບໂດຍ ທ່ານ ຫວຽນ ແທງຕຸ່ງ ອຸປະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ ເຊີ່ງກ່າວຮັບໂດຍ ທ່ານນາງ. ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ໂອກາດນີ້: ທ່ານນາງ. ໃບຄຳ ຂັດທິຍະ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານ ສສ ຫວຽດນາມ ກໍຄືປະຊະຊົນຫວຽດນາມ ທີ່ອາໃສຢູ່ລາວ ທີ່ໄດ້ພ້ອມກັນບໍລິຈາກເງິນຊ່ວຍເຫຼືອ ປະຊາຊົນຜູ້ຖືກເຄາະຮ້າຍຈາກໄພພິບັດ ແລະ ຈະນຳເອົາເງິນຈຳນວນດັ່ງກ່າວເຂົ້າໃນການຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພ, ພ້ອມນັ້ນຍັງຮຽກຮ້ອງເຖິ່ງພາກສວ່ນຕ່າງໆ ຮ່ວມກັນບໍລິຈາກເງິນ ແລະ ວັດຖຸສິ່ງຂອງ, ເຄື່ອງອຸປະໂພກ-ບໍລິໂພກ ຕ່າງໆ ເພື່ອຊວ່ຍເຫຼືອໃຫ້ກັບຜູ້ປະສົບໄພ ກໍຄື ຟື້ນຟູບູລະນະພື້ນຖານໂຄງລ່າງ ຖະໜົນຫົນທາງ ແລະ ແນວພັນກະສິກຳ ເພື່ອໄປມອບໃຫ້ກັບປະຊາຊົນທີ່ຖືກຜົນກະທົບ.
ບັນດາ ທ່ານ ຫຼື ບັນດາພາກສ່ວນ ຕ່າງໆ ທີ່ມີຈູດປະສົງຊ່ວຍເຫລືອສາມາດພົວພັນໂດຍກົງ ຫາ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເບີໂທ: 021 213005, 222776 ຫຼື 020 55521811, 22225185
Editor: ກຳປານາດ ລັດຖະເຮົ້າ