ພິທີດັ່ງກ່າວ ແມ່ນໄດ້ຈັດຂື້ນໃນຕອນເຊົ້າວັນທີ 7 ຕຸລາ 2017 ທີ່ຜ່ານມາ ຢູ່ທີ່ວັດອົງຕື້ມະຫາວິຫານ, ນະຄອນຫລວງວຽງຈັນ. ການເຮັດບຸນຄັ້ງນີ້ ເນື່ອງຈາກຄົບຮອບ 3 ປີ ຂອງການມໍລະນະພາບ ຂອງພະອາຈານໃຫຍ່ ມະຫາຜ່ອງ ສະມາເລີກ ອາດິດປະທານສູນກາງອົງການພຸດທະສາສະຫນາ, ອະດິດເຈົ້າອະທິການວັດອົງຕື້ມະຫາວິຫານ. ເລົ່າບັນດາສິດສານຸສິດ ໄດ້ມີຄວາມເຄົາລົບ, ພ້ອມທັງລະນຶກເຖິງພະເດດ-ພະຄຸນ ຍາທ່ານໃຫຍ່ ຈິ່ງໄດ້ພ້ອມກັນເຮັດບຸນ, ພ້ອມທັງຕັ້ງກອງບຸນ ຂື້ນ, ແລະ ສຳຄັນໄປຄໜງຄູ່ກັນ ຍັງໄດ້ທຳພິທີວາງສິລາເລີກ ໂຄງການກໍ່ສ້າງຫໍພິພິທະພັນ ທີ່ວັດອົງຕື້ອີກດ້ວຍ. ໃນພິທີ ຄັ້ງນີ້ ໄດ້ມີຄະນະສົງ ຈາກອົງການພຸດທະສາສະຫນາສຳພັນລາວ, ມີ ຮອງປະທານສູນອົງການພຸດທະສາສະຫນາສຳພັນລາວ, ຄະນະເຈົ້າອະທິດການວັດ, ພະເຖລະ-ນຸເຖລະ ພະສົງສາມະເນນ, ບັນດາອອກຕົນຍາດໂຍມ, ເຈົ້າພາບ-ເຈົ້າສັດທາ ຜູ້ທີ່ມີສັດທາ ແລະ ເຫລີ່ມໃສ ໃນພຸດທະສາສະຫນາ ເຂົ້າຮ່ວມໃນພິທີ ຢ່າງພ້ອມພຽງຮຽງຫນ້າ.
ເມື່ອເວົ້າເຖິງ ພະຈານໃຫຍ່ ມະຫາຜ່ອງ ສະມາເລີກ ແມ່ນບຸກຄົນທີ່ມີຄວາມສຳຄັນຫລາຍ ຜົນງານຂອງຍາທ່ານເພີ່ມ ມີຢ່າງຫລວງຫລາຍບໍ່ອາດພັນລະນານັບ ທີ່ມີຕໍ່ປະເທດຊາດ ແລະ ພຸດທະສາສະຫນາ ເພື່ອນ້ອມລະນຶກເຖິງຄຸນງາມຄວາມດີ ຫາທີ່ປຽບບໍ່ໄດ້ ເລົ່າບັນດາລູກສິດ-ລູກຫາ ໄດ້ພ້ອມກັນຈັດຕັ້ງງານບຸນຄັ້ງນີ້ຊື້ນ ຖະຫວາຍເດ່ຄຸນງາມຄວາມດີ ຂອງຍາທ່ານເພີ່ນ, ພິທີດັ່ງກ່າວ ຈັດຂື້ນ ໃນວັນທີ 7 ຕຸລາ ເຊີ່ງເປັນວັນທີສຳຄັນທາງປະຫວັດສາດ ເປັນວັນຄູແຫ່ງຊາດ ປີ 2017 ແມ່ນຄົບຮອບ 23 ປີ, ນອກນີ້ ຍັງເປັນວັນຄົບຮອບ 3 ປີ ຂອງການລະສັງຂານ ພະອາຈານໃຫຍ່ ມະຫາຜ່ອງ ສະມາເລີກ. ເພື່ອເປັນອະນຸສອນອັນດີງາມ ໃນການຮິບໂຮມເອົາຜົນງານມູນເຊື້ອ ຂອງຍາທ່ານໃຫຍ່ ຈີ່ງໄດ້ມີພິທີວາງສິລາເລີກ ກໍ່ສ້າງຫໍພິພິທະພັນ ວັດພະເຈົ້າໃຫຍ່ ອົງຕື້ ຂື້ນ.
ໃນພິທີ ຍັງໄດ້ມີການມອບອຸປະຖຳ ຈາກເຈົ້າສັດທາ ເພື່ອກໍ່ສ້າງຫໍພິພິທະພັນ ເປັນຕົ້ນແມ່ນ ຈາກ ບໍລິສັດ ສະຫວ່າງ ເທຣດດິ້ງ ຈຳກັດ ຈຳນວນເງີນ 600 ລ້ານກີບ, ມອບໂດຍ ທ່ານ ສິງຄຳ ສີປະເສີດ ພ້ອມດ້ວຍຄອບຄົວ ແລະ ບໍລິສັດ ເອັມຟີ ກໍ່ສ້າງ ແລະ ບໍລິສັດ ອິນຊີ ປະກັນໄພ ມູນຄ່າ 600 ລ້ານກີບ ເຊັ່ນດຽວກັນ, ມອບໂດຍ ທ່ານ ມະໂນທຳ ເພັດສິລິແສງ ພ້ອມດ້ວຍຄອບຄົວ, ນອກຈາກນີ້ ຍັງມີອອກຕົນຍາດໂຍມ ເຈົ້າພາບ-ເຈົ້າສັດທາ ຄົນອື່ນໆອີກ.
ໃນພິທີ ພາຍຫລັງສຳເລັດໄຫວພະຮັບສິນ ຍາດໂຍມ ໄດ້ຮ່ວມກັນໃສ່ບາດ ແລະ ຫລັງຈາກນັ້ນ ຈິ່ງໄດ້ເລີມພິທີວາງສິລາເລີກ, ໂດຍການໄຕ້ທ່ຽນ ມີຝ່າຍສົ່ງ ແລະ ເຈົ້າສັດທາ ທັງຫລາຍ ເວົ້າເຖິງ ຍາທ່ານໃຫຍ່ ດຣ. ມະຫາຜ່ອງ ສະມາເລີກ ອະດິດປະທານສູນກາງອົງການພຸດທະສາສະຫນາສຳພັນລາວ, ອະດິດເຈົ້າອະທິການວັດອົງຕື້ມະຫາວິຫານ ແມ່ນບຸກຄົນທີ່ມີຄວາມສຳຄັນ ຂອງລາວ ກໍ່ຄືພຸດທະສາສະຫນາ ຄະຫລອດເວລາ ທີ່ເພີ່ນໃຊ້ຊິວິດຢູ່ໃນຫົ່ມຜ້າ ກາສາວະພັດ 81 ພັນສາ ຄືການເວລາແຫ່ງການບຳເພັນບາລະມີ, ຍາທ່ານໃຫຍ່ ແມ່ນໄດ້ອຸທິດຕົນເພື່ອການສຶກສາ, ເຮັດວຽກເພື່ອປະເທດຊາດ, ເພື່ອພຸດທະສາສະຫນາ, ທຸກລົມຫາຍໃຈ ມີແຕ່ສ້າງປະໂຫຍດໃຫ້ກັບປະຊາຊົນ, ອຸທິດທັງກາຍ ແລະ ໃຈ ແລະ ສະຕິປັນຍາຢ່າງບໍ່ຢຸດຢັ້ງ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງພຸດທະສາສະຫນາ
ການກໍ່ສ້າງຫໍພິພິທະພັນ ດັ່ງກ່າວ ເພື່ອລວບລວມ ຜົນງານ ແລະ ເກັບຮັກສາມູນມໍລະດົກ ອັນສຳຄັນ ໄວ້ເພື່ອປົກປັກຮັກສາຜົນງານ ແລະ ຄຸນງາມຄວາມດີ ຂອງຍາທ່ານໄວ້ ໃຫ້ຄົນລຸນຫລັງ ໄດ້ຮູ້-ເຫັນ ສຶບຕໍ່ໄປ.
Editor: ກຳປານາດ ລັດຖະເຮົ້າ