ການໄປທ່ຽວງານບຸນອອກພັນສາປະວໍລະນາ ທີ່ທ່າວັດຈັນ ແນ່ນອນວ່າ ປາສະຈາກບໍ່ໄດ້ກັບຜູ້ຄົນ-ຝູງຊົນ ຈຳນວນຫລວງຫລາຍ, ການຈັບຈ່າຍຊື້ຂາຍ, ການເລາະເບີ່ງສິນຄ້າປະເພດຕ່າງໆ ອາຫານການກິນ, ລວມທັງກິດຈະກຳອື່ນໆ ທີ່ເປັນການໂຄສະນາປະຊາສຳພັນ ໃນຮູບແບບຕ່າງ ຫລາຍສີສັນ ແລະ ສີ່ງຫນຶ່ງ ທີ່ຍັງປະກົດໃຫ້ເຫັນ ເຊີ່ງເປັນການສະແດງເຖິງຄວາມບໍ່ສະອາດ ນັ້ນກະແມ່ນ ຂີ້ເຫຍື້ອ ທີ່ໄດ້ຖີ້ມປະ ຕາມທາງຍ່າງ ຈັກຂອງໃຜ ຕໍ່ຈອງໃຜ, ຜູ້ທີ່ 1 ຖິ້ມ, ຜູ້ທີ 2 ກະຖີ້ມ ໄປຕາມໆກັນ. ທັງໆ ຄະນະກຳມະການ ແມ່ນໄດ້ມີການກະກຽມ ແລະ ຈັດສັນ ບ່ອນຖີ້ມຂີ້ເຫຍື່ອໄວ້ໃນຫລາຍໆຈຸດແລ້ວກໍ່ຕາມ ແຕ່ຄວາມຖືເບົາ-ເອົາງ່າຍ ຂອງຜູ້ທີ່ມາທ່ຽວຊົມ ຈີ່ງເຮັດໃຫ້ຖະຫນົນທາງຍ່າງ ແລະ ເສັ້ນທາງເລາະທ່ຽວ ບາງຈຸດ ເຕັມແຕ່ຂີ້ເຫຍື້ອ ທັງເຈ້ຍ, ຖົງຍາງ, ປາລາສະຕິກ, ໄມ້ສຽບປີ້ງເອັນ, ໄມ້ລູກຂີ້ນ ອັນນີ້ ເປັນອັນຕະລາຍ ແກ່ຜູ້ຄົນທີ່ເລາະທ່ຽວໄປມາ, ຖ້າຍ່າງບໍ່ລະມັດລະວັງ ອາດ ກໍ່ໃຫ້ເກີດອັນຕະລາຍ, ສະນັ້ນທຸກຄົນ ຄວນມີສ່ວນຮ່ວມນໍາກັນ ເຮັດແນວໃດ ບ້ານເມືອງຈະມີຄວາມສະອາດຈົບງານ, ແຂກຕ່າງດ້າວ-ທ້າວຕ່າງແດນ ໄປທ່ຽວຊົມ ຈະມີຄວາມພາກພູມໃຈ ແລະ ຈໍາເອົາແຕ່ສິ່ງດີດີ ກັບມີບ້ານ....
Editor: ກຳປານາດ ລັດຖະເຮົ້າ