ການສະເຫລີມສະຫລອງງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ທ່າວັດຈັນ, ນະຄອນຫລວງວຽງຈັນ ປະຈຳປີ 2017 ແມ່ນມີຄວາມຄຶກຄື້ນຄືກັບປີຜ່ານໆມາ ເຊີ່ງພາຍໃນງານ ແມ່ນນອກຈາກຈະມີການສົ່ງເສີມຂາຍສິນຄ້າ ຫລາກຫລາຍປະເພດ ທັງເຄື່ອງອຸປະໂພກ ແລະ ບໍລິໂພກ, ຜະລິດຕະພັນເຄື່ອງໃຊ້ສອຍຕ່າງໆ ຢ່າງຫລວງຫລາຍ ກໍ່ຍັງມີບັນດາກິດຈະກຳ ທາງວັດທະນະທຳ ທີ່ສົ່ງເສີມຮິດຄອງປະເພນີ ຂອງລາວ.
ເຊີ່ງໃນແຕ່ລະຄ່ຳຄືນ ມວນຊົນ ຈຳນວນຫລວງຫລາຍ ແມ່ນໄດ້ເດີນທາງມາທ່ຽວຊົມ ແລະ ຈັບຈ່າຍຊື້-ຂາຍ ສິນຄ້າ ຢ່າງເປັນຈະບວນ ແລະ ຄັບຄາຫນາແຫນ້ນ. ພ້ອມກັນນັ້ນ ຄະນະຮັບຜິດຊອບງານ ຍັງໄດ້ມີການອອກກົດລະບຽບຢ່າງເຂັ້ມງວດ ຈຳນວນ 11 ຂໍ້ຫ້າມ ແກ່ຜູ້ທີ່ມາຂາຍເຄື່ອງ ແລະ ມາທ່ຽວຊົມງານ. ອີກສິ່ງຫນຶ່ງທີ່ເປັນຫນ້າເຊີນຊົມຍ້ອງຍໍ ຂອງຄະນະຮັບຜິດຊອບງານ ຄືການກຳນົດ ລາຄາສິນຄ້າ ທຸກຮ້ານ, ທຸກປະເພດ ແມ່ນຕິດລາຄາເປັນເງີນກີບລາວ ຢ່າງຈະແຈ້ງ ເພື່ອຄວາມຖືກຕ້ອງ ໂປງໃສ ແລະ ຖືກລະບຽບການ ຕາມກົດຫມາຍ ຂອງ ສປປ ລາວ
Editor: ກຳປານາດ ລັດຖະເຮົ້າ