ໃນວັນທີ 17 ຫາ 18 ມິຖຸນາ 2016 ຜ່ານມາ ທີ່ ຫ້ອງປະຊຸມ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດ ງານເທດສະການອາຫານສະໝອງຂື້ນ ນັບວ່າມີຄວາມສຳຄັນເປັນຢ່າງຍິ່ງໃນແງ່ວິຊາການ ແລະ ການສົ່ງເສີມທັກສະ ກ່ານອ່ານ - ການຂຽນ ແລະ ປູກຈິດສຳນຶກອັນດີ ໃຫ້ແກ່ຊາວໜຸ່ມເຍົາວະຊົນຂອງຊາດ, ເຂົ້າຮ່ວມເປັນປະທານໃນພິທີມີ ທ່ານ ຮອງສາດສະດາຈານ ລຳໄມ ພິພັກຂະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຄຳໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ພ້ອມດ້ວຍແຂກທີ່ຖືກເຊີນ, ບັນດາໂຮງພີມ, ບໍລິສັດ, ຫ້າງຮ້ານ, ນ້ອງຮຽນ - ນັກສືກສືກສາ ແລະ ຊາວໜຸ່ມເຍົາວະຊົນເຂົາຮ່ວມຢ່າງຫຼວງຫຼາຍ.
ໂຄງການຈັດງານເທດສະການອາຫານສະໝງຄັ້ງທີ 1 ມີ ເລີ່ມຈາກການແລກປ່ຽນຄວາມຄິດເຫັນຂອງກຸ່ມຜູ້ມັກໃນການອ່ານ ແລະ ມັກຂຽນ ທີ່ ເຫັນເຖິງຄວາມສຳຄັນຂອງການອ່ານ ແລະ ການຂຽນ ທີ່ມີພາລະບົດບາດໂດຍກົງຕໍ່ການພັດທະນາຊັບພະຍາກອນມະນຸດຂອງຊາດ ເພື່ອຕອບສະໜອງ ການພັດທະນາເສດຖະກິດສັງຄົມ ໃນຍຸດແຫ່ງການເຊື່ອມໂຍງ ໂຄງການດັ່ງກ່າວແມ່ນ ເພື່ອປູກຝັງໃຫ້ຊາວໜຸ່ມເຍົາວະຊົນລາວເຮົາ ໃຫ້ນັບມືໄດ້ຮັບການເອົາໃຈໃສ່ຢ່າງ ຈິງຈັງ, ພິເສດ, ໃຫ້ເຫັນຄວາມສຳຄັນຂອງການນຳໃຊ້ພາສາລາວ ເຂົ້າໃນວຽກງານຕ່າງໆ ໃຫ້ຖືກຕາມຫຼັກໄວຍາກອນ ແລະ ເພື່ອສົ່ງເສີມການພັດທະນາພາສາລາວ ເຂົ້າໃນການສ້າງຜົນງານຂອງນັກປະພັນ, ນັກກາວີ, ນັກຂຽນ ແລະ ນັກເວົ້າ, ຜູ້ສົນໃຈ ແລະ ກຸ່ມອື່ນໆ ທີ່ ເຮັດໃຫ້ວຽກກ່ຽວຂ້ອງກັບການນຳໃຊ້ພາສາລາວ. ຈາກຄວາມສຳຄັນດັ່ງກ່າວນີ້ ບວກກັບຈຸດເດັ່ນທາງດ້ານວິຊາການພາສາລາວ - ສື່ສານມວນຊົນຂອງ ພາກວິຊາພາສາລາວສື່ສານມວນຊົນ ພາຍໃຕ້ການຊີ້ນຳຂອງຄະນະອັກສອນສາດ ຈິ່ງໄດ້ມີການຮ່ວມມືກັບສະມາຄົມນັກປະພັນລາວ, ບໍລິສັດຕ່າງໆ, ກຸ່ມນັກອ່ານ, ນັກຂຽນ ແລະ ນັກເວົ້າ. ໃນການຈັດງານຄັ້ງນີ້ ຈຸດປະສົງ ເພື່ອສ້າງຜົນງານຂໍານັບຮັບຕ້ອນ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 20 ປີ, ສົ່ງເສີມການພັດທະນາ ການອະນຸລັກຮັກສາພາສາລາວ ແລະ ວັນນະຄະດີໃຫ້ຍືນຍົງ ແທດເໝາະກັບຄວາມເປັນຕຈິງໃນຍຸກປະຈຸບັນ, ຕອບສະໜອງການພັດທະນາທາງດ້ານເສດຖະກິດ - ສັງຄົມ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດຂອງຊາດ ໃຫ້ບັນລຸເປົ້າໝາຍສະຫັດສະຫວັດແຫ່ງການພັດທະນາ ໃນຍຸກການເຊື່ອມໂຍງ
ຕະຫອດໄລຍະ 2 ມືຂອງງານ ຈະມີການວາງສະແດງປື້ມອ່ານຈາກສຳນັກພີມ ແລະ ພາກສ່ວນຕ່າງໆ ພ້ອມກັນນັ້ນກໍ່ຍັງມີການເສວະນາພິເສດ ໃນຫົວຂໍ້: ບັນຫາການອ່ານ - ການຂຽນ ໃນສັງຄົມລາວ ການອ່ານການຂຽນ ເພື່ອພັດທະນາຕົນເອງ, ເສີມສ້າງອາຊີບໃຫ້ໝັ້ນຄົງ ແລະ ປະສົບການຂອງການອ່ານ - ການຂຽນຂອງນັກປະພັນ, ນັກກະວີລາວ ນອກນັ້ນຍັງມີການບັນຍາຍພິເສດ ແລະ ກິດຈະກຳອື່ນອີກຫຼາກຫຼາຍ.