ໃນວັນທີ 3 ຕຸລາ 2017 ນີ້ ທີ່ສຳນັກງານປົກຄອງເມືອງຈັນທະບູລີ ບັນດາຜູ້ໃຫ້ການອອຸປະຖຳ ຈາກພາກສ່ວນຕ່າງໆ ໃນສັງຄົມ ບໍລິສັດ, ຍັງໄດ້ເດີນທາງເຂົ້າມາມອບ-ເງີນ ສະຫນັບສະຫນູນປະກອບສ່ວນ ຢ່າງເປັນຂະບວນຟົດຟື້ນ,
ໂດຍການເປັນປະທານ ຮັບໂດຍ ທ່ານນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ປະທານຈັດງານບູນດັ່ງກ່າວ, ໂດຍມີ ພາກສ່ວນທີ່ໃຫ້ການອຸປະຖຳ ແລະ ສື່ມວນຊົນເຂົ້າຮ່ວມ. ທ່ານ ເຈົ້າເມືອງຈັນທະບູລີ ກ່າວວ່າ: ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະເພນີ ທ່າວັດ ເພື່ອປົກປັກຮັກສາເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮິດຄອງປະເພນີອັນດີງາມຂອງຊາດລາວ, ກໍ່ຄືນະຄອນຫລວງວຽງຈັນ ທີ່ສຶບທອດມາແຕ່ບູຮານນາການ. ຮັບປະກັນງານບຸນໃຫ້ມີຄວາມເບີກບານມ່ວນຊື່ນ, ມີບັນຍາກາດຟົດຟື້ນໃນສັງຄົມ ນັບທັງສີລິປະວັນນະຄະດີ, ການແຂ່ງຂັນເຮືອປະເພດຕ່າງໆ, ພ້ອມກັນນັ້ນ ຄວາມສະຫງົບປອດໄພ, ການສົ່ງເສີມການຄ້າ-ຂາຍອື່ນໆ. ປີນີ້ ງານບຸນແມ່ນໄດ້ກຳນົດ ຢ່າງເປັນທາງການ ນັບແຕ່ວັນທີ 4-6 ຕຸລາ 2017 ສຳລັບວັນທີ 5 ຕຸລາ ເປັນມື້ອອກພັນສາ ຕອນເຊົ້າຈະມີພິທີໃສບາດ-ຍາດນໍ້າ ສ່ວນຕອນຄໍ່າ ຈະມີພິທີວຽນທຽນ ແລະ ໃນບໍລິເວນທ່າວັດຈັນ ແມ່ນຈະປະການປະກວດໄຫລເຮືອໄຟງາມ, ການຈູດບັງໄຟດອກ, ການສະແດງສິລະປະ, ມ່ວຍມວນຊົນ ແລະ ກິດຈະກຳອື່ນໆ ທີ່ຫລວງຫລາຍ.
ສ່ວນວັນທີ 6 ຕຸລາ ທ່ານໍ້າວັດຈັນ ແມ່ນຈະໄດ້ມີການເປີດຫນ້ານ້ໍາ ທຳການແຂ່ງຂັນເຮືອງຊ່ວງ ໃນແຕ່ລະປະເພດ ຈົນເຖິງເວລາ 16 ໂມງ ຈີ່ງມີພິທີປິດ ພ້ອມມອບລາງວັນ ແກ່ທີມເຮືອຊ່ວງຂະນະເລີດ.
Editor: ກຳປານາດ ລັດຖະເຮົ້າ