ເມື່ອບໍ່ດົນມານີ້ ສູນບໍລິຈາກເລືອດ ອົງການກາແດງ ປະຈໍາ ແຂວງເຊກອງ ນໍາໂດຍທ່ານ ດຣ ໄພວັນ ສຸກກະເສີມ ຮອງຫົວໜ້າຫ້ອງການກາແດງ ແຂວງເຊກອງ ພ້ອມດ້ວຍວິຊາການຂອງສູນບໍລິຈາກເລືອດຂັ້ນແຂວງ, ຂັ້ນເມືອງ ໄດ້ລົງຮັບການບໍລິຈາກເລືອດ ຢູ່ ທີ່ໂຮງຮຽນ ມ.ສ ເມືອງ ທ່າແຕງ. ໂດຍມີ ທ່ານ ດຣ ຄອນສະຫວັນ ພັນທະວົງ ອໍານວຍການໂຮງໝໍເມືອງທ່າແຕງ, ມີພະສົງສໍາມະເນນ,ພາກສ່ວນກາແດງ,ສຶກສາທິການແລະກິລາເມືອງ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ດຣ ໄພວັນ ສຸກກະເສີມ ຮອງຫົວໜ້າຫ້ອງການກາແດງແຂວງເຊກອງ ໄດ້ໂອ້ລົມຕໍ່ນ້ອງນັກຮຽນ ຫຼື ຜູ້ທີ່ມີຄວາມສະໝັກໃຈຈາກບັນດາພະສົງສໍາມະເນນ,ຄູອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນ ມ.ສ ທ່າແຕງ ໃຫ້ເຂົ້າໃຈໃນການຕື່ນຕົວມີນ້ຳໃຈປະກອບສວນຊ່ວຍເຫຼືຶ່ອປະຊາຊົນ ກໍ່ຄືທຸກຄົນທີ່ຕ້ອງການເລືອດ, ຂາດເລືອດໃນການບໍລິຈາກເລືອດຂອງຕົນເອງເພື່ອຊ່ວຍຊີວິດຂອງຄົນ. ພ້ອມອະທິບາຍກຽ່ວກັບຄວາມໝາຍ ຄວາມສໍາຄັນຂອງເລືອດ ແລະ ການບໍລິຈາກເລືອດ ໃຫ້ທຸກພາກສວນກ່ຽວຂ້ອງ ໄດ້ຮັບຮູ້ເຂົ້າໃຈ ຕໍ່ຄວາມໝາຍຄວາມສຳຄັນຂອງເລືອດ,ຄວາມຕ້ອງການ,ໃນການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ເພື່ອເປັນການປະກອບສ່ວນຊ່ວຍສັງຄົມ, ຊ່ວຍເຫຼືອຄົນທີຂາດເລືອດ ເຊັ່ນ: ຄົນທີ່ຖືກຜ່າຕັດ,ຄົນເກີດລູກ, ຄົນປະສົບອຸປະຕິເຫດ ແລະ ອື່ນໆ.
ຈາກນັ້ນ ພະສົງສໍາມະເນນ,ຄູອາຈານ ແລະ ນ້ອງນັກຮຽນ ກໍ່ໄດ້ພາກັນມາກວດສຸຂະພາບນຳທີມງານຮັບບໍລິຈາກເລືອດ. ຜ່ານການກວດສຸຂະພາບ ເຫັນວ່າມີຜູ້ສະມັກບໍລິຈາກເລືອດທັງໝົດ 60 ຄົນ, ຍິງ 37 ຄົນ,ໃນນີ້ ມີຜູ້ສະໝັກບໍລິຈາກເລືອດຕົວຈິງ 37 ຄົນ, ຍິງ 19 ຄົນ, ຊາຍ 18 ຄົນ,ໄດ້ເລືອດທັງໝົດ 37 ຖົງ ຫຼື ເທົ່າກັບ 12.950 ມິນລີລີດ.
ທ່ານ ຮອງຫົວໜ້າຫ້ອງການກາແດງປະຈຳແຂວງ ເຊກອງ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພະສົງສໍາມະເນນ, ຄູອາຈານ ແລະ ນ້ອງນັກຮຽນ, ເວົ້າສະເພາະຜູ້ທີມີຄວາມສະມັກໃຈໃນການປະກອບສວນຄັ້ງນີ້ ເພາະເລືອດແມ່ນທາດແຫຼວຊະນິດໜຶ່ງຫຼໍ່ລຽ້ງຮ່າງກາຍຂອງຄົນເຮົາ, ຖ້າກໍລະນີຂາດເລືອດມະນຸດເຮົາຈະເສຍຊີວິດທັນທີ ສະແດງໃຫ້ເຫັນວ່າຖ້າຂາດເລືອດຈະບໍ່ມີສິ່ງໃດທົດແທນໄດ້, ນອກຈາກເລືອດມະນຸດດ້ວຍກັນເທົ່ານັ້ນ ຈິ່ງສາມາດທົດແທນໄດ້. ໃນແຕ່ລະມື້ ຢູ່ໂຮງໝໍແຫ່ງຕ່າງໆຈະມີຄົນຂາດເລືອດເປັນຈຳນວນຫຼາຍ. ສະນັ້ນ ການບໍລິຈາກເລືອດຈິ່ງມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ ເພື່ອກອບກູ້ເອົາຊີວິດເພື່ອນມະນຸດດ້ວຍກັນທີ່ກຳລັງຂາດເລືອດໃຫ້ກັບມາມີຊີວິດອີກຄັ້ງ. ພ້ອມນີ້ ກໍ່ໄດ້ມອບໃບຍ້ອງຍໍໃຫ້ໂຮງຮຽນ ມ.ສ ທ່າແຕງ ຕື່ມອີກ ໂດຍແມ່ນ ທ່ານ ດຣ ໄພວັນ ສຸກກະເສີມ ຮອງຫົວໜ້າຫ້ອງການກາແດງແຂວງເຊກອງ.
Editor: ກຳປານາດ ລັດຖະເຮົ້າ