ນັກວິຊາການ, ຊ່ຽວຊານຈາກອາຊຽນ ແລະ ສປ ຈີນ ໄດ້ເປີດເຜີຍໃນວັນທີ 29 ກັນຍາ 2017 ນີ້ໃຫ້ຮູ້ວ່າ: ການຄຸ້ມຄອງການບໍລິການດ້ານຂົນສົ່ງຜູ້ໂດຍສານ ຂອງໂຄງການລົດໄຟ ລາວ-ຈີນ ເຊິ່ງກຳນົດໃຫ້ມີທັງໝົດ 33 ສະຖານີ, ແຕ່ຈະເປີດນຳໃຊ້ໃນໄລຍະຕົ້ນ 21 ສະຖານີ ແລະ ໄດ້ອອກແບບການແລ່ນລົດເບື້ອງຕົ້ນໄດ້ 23 ຖ້ຽວຕໍ່ມື້, ແຕ່ຫາກແລ້ວສຳເລັດທັງໝົດ ແມ່ນສາມາດເພີ່ມເປັນ 39 ຖ້ຽວຕໍ່ມື້, ສ່ວນອັດຕາຄ່າໂດຍສານ ແຕ່ນະຄອນຫຼວງວຽຈັນ-ບໍ່ເຕັນ ສະເລ່ຍປະມານ 140.000 ກີບຕໍ່ຄົນ, ທຽບໃສ່ຄ່າຂົນສົ່ງທາງລົດແມ່ນຖືກກວ່າຫຼາຍເທົ່າ ແລະ ມີໄລຍະເວລາການເດີນທາງສັ້ນກວ່າ, ສ່ວນວ່າຄ່າບໍລິການຂົນສົ່ງສິນຄ້າ ປະມານ 6.000 ກີບຕໍ່ໂຕນ, ການບໍລິການສ່ວນໃຫຍ່ຈະເປັນຕອນກາງເວັນ ສ່ວນກາງຄືນແມ່ນຂົນສົ່ງສິນຄ້າ. ຢ່າງໃດກໍ່ຕາມ ການບໍລິການໂດຍສານ ແລະ ສິນຄ້າຈະຕ້ອງອິງໃສ່ແຜນຄວາມຕ້ອງການຕົວຈິງໃນແຕ່ລະໄລຍະ
ສຳລັບມາດຕະຖານເຕັກນິກຕົ້ນຕໍປະເພດລົດໄຟຊັ້ນ1 ເປັນມາດຕະຖານສາກົນ, ເປັນລະບົບທາງດ່ຽວ, ສຳລັບລົດໄຟໂດຍສານ ສາມາດແລ່ນໄດ້ຄວາມໄວ 160-200 ກິໂລແມັດຕໍ່ຊົ່ວໂມງ, ສ່ວນຂົນສົ່ງສິນຄ້າແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ, ເຊຶ່ງໃຊ້ໄຟຟ້າເປັນພະລັງງານແລ່ນລົດໄຟ, ຂະໜາດຮັບນ້ຳໜັກຂະບວນຕູ້ລົດໄຟ 3.000 ໂຕນ, ໂດຍໄລຍະເວລາໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແມ່ນໃຊ້ເວລາ 05 ປີໃຫ້ສຳເລັດ ຫຼື ປະມານປີ 2022.
Editor: ກຳປານາດ ລັດຖະເຮົ້າ