ທ້າຍເດືອນກັນຍາ 2017 ທີ່ຜ່ານມາ, ຫ້ອງການສາທາລະນະສຸກເມືອງເຊໂປນ ຮ່ວມກັບໂຄງການສະມາຄົມການສຶກສາ ແລະ ການພັດທະນາເພື່ອປະຊາຊົນ (ປີດາ) ລົງເຮັດກິດຈະກໍາເຜີຍແຜ່ໃຫ້ຄວາມຮູ້ນັກຮຽນມັດທະຍົມສົມບູນເຊໂປນ ກ່ຽວກັບວຍກງານສຸຂະສຶກສາໄຂ້ມາເລເຣຍ ຊື່ງຈັດຂື້ນທີ່ສະໂມສອນໂຮງຮຽນດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ດຣ, ແສງຈັນ ກຸ່ມກ້ຽງມະນີແສງ ກໍາມະການພັກເມືອງ, ຫົວໜ້າສາທາລະນະສຸກເມືອງ, ທ່ານ ຖາວອນ ຈັນທະສີຜູ້ປະສານງານໂຄງການ, ເຂົ້າຮ່ວມມີບັນດາພະນັກງານວີຊາການສາທາລະນະສຸກເມືອງ, ອໍານວຍການໂຮງຮຽນ ພ້ອມຄະນະ, ຄູອາຈານແລະນ້ອງນັກຮຽນເຂົ້າຮ່ວມ 200 ກວ່າຄົນ.
ໃນພີທີ ທ່ານ ຖາວອນ ຈັນທະສີ ຜູ້ປະສານງານໂຄງການ ກໍ່ໄດ້ຂື້ນນໍາສະເໜີຈຸດປະສົງ ເປົ້າໝາຍກິດຈະກໍາ ໄຂ້ມາເລເຣຍແມ່ນພະຍາດຕິດຕໍ່ເຊີ່ງເກີດຈາກການກັດຕອດຂອງຍຸງກົ້ນຊີ້ໂຕແມ່ທີ່ມີເຊື້ອພະຍາດໄຂ້ມາເລເຣຍ, ໄຂ້ຊະນິດນີ້ ປະຊາຊົນທ້ອງຖິ່ນເອີ້ນວ່າໄຂ້ປ່າ, ໄຂ້ໜາວສັ່ນ, ໄຂ້ບາຫລື ໄຂ້ຊໍາເຮື້ອ ຊື່ງມີອາການໂຕຮ້ອນອຸນຫະພູມ ເວລາເປັນໄຂ້ ສູງ 39-40 ອົງສາ ແລະ ໜາວສັ່ນ, ມີເຫື່ອອອກ, ອາການເຈັບຫົວ, ປວດຕາມຕົນໂຕ,ກ້ າມຊີ້ນອ່ອນເພຍ, ໄຂ້ມີລັກສະນະບາ ມື້ເປັນໆຫາຍໆ ເມື່ອເປັນໄຂ້ຖ້າມີອາການດັ່ງກ່າວຕ້ອງໄປໂຮງໝໍ ຫລື ສຸກສາລາໃກ້ບ້ານເພື່ອປິ່ນປົວໃຫ້ທັນການ, ວີທີປ້ອງກັນຫລີກຫລ່ຽງບໍ່ໃຫ້ຍຸງກັດ, ນອນໃນມຸ້ງ (ດີແທ້ແມ່ນມຸ້ງຍ້ອມຢາ), ນຸ່ງເຄື່ອງແຂນຂາຍາວ ເວລາເຂົ້າປ່າ, ເວລານອນຢູ່ໃນປ່າຕ້ອງນອນໃນມຸ້ງ, ໃຕ້ຢາອູດຍຸງ ຫລື ທາຢາກັນຍຸງ, ອານາໄມເຮືອນຊານໃຫ້ສະອາດ, ມ້ຽນເຄື່ອງນຸ່ງຫົ່ມ, ເຄື່ອງນອນໃຫ້ເປັນລະບຽບເຮັດໃຫ້ມີແສງ ສະຫວ່າງດີ ເພື່ອບໍ່ໃຫ້ເປັນບ່ອນເກາະພັກຂອງຍຸງ, ອານາໄມແລະທໍາລາຍແຫ່ລງເພາະພັນຂອງຍຸງທີ່ໃກ້ກັບເຮືອນ ເຊັ່ນ: ປ່າທຶບ, ຮ່ອງນໍ້າ, ບວກນໍ້າ, ກະໂປະ, ກະປ໋ອງ, ໂກນໄມ້ທີ່ມີນໍ້າຄ້າງແລະອື່ນໆ, ຈາກນັ້ນກໍ່ໄດ້ເຮັດກິດຈະກໍາຖາມຕອບໃຫ້ນັກຮຽນມີສວ່ນຮວ່ມຫລາຍເພື່ອຈະນໍາເອົາຂໍ້ມູນຂ່າວສານດັ່ງກ່າວ ໄປເຜີຍແຜ່ໃນບ້ານຂອງຕົນຮັບຮູ້ຢ່າງທົ່ວເຖີງ.
ໃນພີທີຍັງໄດ້ມອບມຸ້ງຍ້ອມຢາ ຈໍານວນ 20 ຜືນໃຫ້ໂຮງຮຽນ ມໍສ ເຊໂປນ ໂດຍແມ່ນ ທ່ານ ດຣ, ແສງຈັນ ກຸ່ມກ້ຽງມະນີແສງ ເປັນຜູ້ມອບ, ທ່ານ ສັງວານ ອໍານວຍການໂຮງຮຽນ ມໍສ ເຊໂປນເປັນຜູ້ຮັບ ໂດຍຊ່ອງໜ້າໂຄງການປີດາ, ຄູອາຈານແລະນ້ອງນັກຮຽນເປັນສັກຂີພີຍານນໍາດ້ວຍ.
Editor: ກຳປານາດ ລັດຖະເຮົ້າ