ທ້າຍເດືອນກັນຍາ 2017 ຄະນະຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງຄຳ ໄດ້ ຈັດພິທີມອບ-ຮັບເງິນນະໂຍບາຍອຸດໜູນກິນທານ ແລະ ເງິນອຸດໜູນເທື່ອດຽວ ຂື້ນທີຫ້ອງປະຊຸມແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງຄຳ, ແຂວງຊຽງຂວາງ ຢ່າງເປັນທາງການ.
ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາງ ແສງຈັນ ວົງສຸລິດ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ, ມີ ທ່ານ ວົງສອນ ຢ່າຈົງຕົ່ວ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ທະຫານເມືອງຄຳ ຄະນະສະພາປະຊາຊົນຂັ້ນແຂວງ ແລະ ທ່ານ ບົວວອນ ວໍລະຂຸນ ຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການ-ສັງຄົມເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ມີພະນັກ ງານລັດຖະກອນຫ້ອງການ ດັ່ງກ່າວ ພ້ອມດ້ວຍຜູ້ທີ່ໄດ້ຮັບເງິນກິນທານ ແລະ ເງິນອຸດໜູນເທື່ອດຽວເຂົ້າ ຮ່ວມທັງໝົດ ຈໍານວນ 38 ຄົນ, ຍິງ 6 ຄົນ.
ຈາກນັ້ນ ທ່ານ ບົວວອນ ວໍລະຂຸນ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຄໍາ ກໍ່ໄດ້ຂື້ນຜ່ານແຈ້ງການຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເລກທີ່1920/ຮສສ,ຊຂ ໃຫ້ຮູ້ວ່າ: ການປະຕິບັດນະໂຍບາຍອຸດໜູນອອກເບຍບໍານານ ແລະ ອຸດໜູນຜູ້ທີ່ເສຍສະຫຼະຊີວິດ ໃນການສູ້ຮົບ ແລະ ຮັບໃຊ້ສູ້ຮົບໃນເມື່ອກ່ອນ ແລະ ກໍ່ເພື່ອປະຕິບັດຕາມດຳລັດຂອງລັດຖະບານ ສະບັບເລກທີ່ 272/ລບ ວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ່ທີມີຜົນງານ, ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ທັງນີ້ກໍ່ເພື່ອປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງາມຄວາມດີ, ເສຍສະຫຼະຊີວິດຕໍ່ປະເທດຊາດເປັນຕົ້ນແມ່ນ ຈຳນວນເປົ້າໝາຍທີ່ເມືອງຄຳ ເຊັ່ນ: ນະໂຍບາຍອຸດໜູນອອກເບຍບຳນານ 16 ທ່ານ ແລະ ອຸດໜູນເສຍສະຫຼະຊີວິດ 18 ທ່ານ ລວມເປັນເງິນທັງໝົດ 676 ລ້ານ 7 ແສນກວ່າກີບ. ພ້ອມດຽວກັນນັ້ນ ທ່ານກໍ່ຍັງໄດ້ຜ່ານບັນຊີລາຍຊື່ຜູ້ທີ່ໄດ້ນະໂຍບາຍອຸດໜູນເສຍສະລະຊີວິດ ຍ້ອນການສູ້ຮົບ, ຮັບໃຊ້ສູ້ຮົບໃນເມື່ອກ່ອນ ແລະ ນະໂຍບາຍອຸດໜູນເທື່ອດຽວ ຈຳນວນ 34 ທ່ານຕື່ມອີກ.
ຫຼັງຈາກນັ້ນກໍ່ ມອບ-ຮັບ ຈຳນວນ ເງິນດັ່ງກ່າວ ໃຫ້ແກ່ຫ້ອງການທີ່ກ່ຽວຂ້ອງໂດຍເປັນກຽດມອບຂອງທ່ານນາງ ແສງຈັນ ວົງສຸລິດ ຄະນະປະຈຳພັກເມືອງ ປະທານກວດກາພັກລັດ ເປັນກຽດຮັບຂອງ ທ່ານ ບົວວອນ ວໍລະຂຸນ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ ສັງຄົມ ເມືອງ ພ້ອມນັ້ນກໍ່ໄດ້ມອບຈຳນວນເງິນໃຫ້ແກ່ຜູ້ທີ່ໄດ້ຮັບນະໂຍບາຍອຸດໜູນກິນທານ ແລະ ອຸດໜູນເທື່ອດຽວ ຕາມເງື່ອນໄຂຂອງແຕ່ລະຄົນ.
ໃນຕອນທ້າຍ ທ່ານນາງ ແສງຈັນ ວົງສຸລິດ ຄະນະປະຈຳພັກເມືອງ ປະທານກວດກາພັກລັດ ໄດ້ໃຫ້ກຽດຂື້ນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ກ່ອນອື່ນໝົດທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ຂອງຜູ້ທີ່ມີຄຸນງາມຄວາມດີໃນຄັ້ງນີ້ພ້ອມທັງໃຫ້ທິດຊີ້ນຳແກ່ຜູ້ທີ່ໄດ້ຮັບເງິນນະໂຍບາຍກິນທານ ແລະ ນະໂຍບາຍອຸດໜູນ ເທື່ອດຽວ ຈົ່ງພ້ອມກັນນຳໃຊ້ຈຳນວນເງິນທີ່ໄດ້ຮັບນັ້ນນຳໄປຮັບໃຊ້ໃຫ້ເປັນປະໂຫຍດ, ພັດທະນາເສດຖະກິດຄອບຄົວ ໃຫ້ຖືກຕ້ອງສອດຄ່ອງກັບຍາດຕິພີ້ນ້ອງຕາມຄວາມເປັນຈິງ.
Editor: ກຳປານາດ ລັດຖະເຮົ້າ