ສະຖານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ແລະ ສະມາຄົມອາດີດນັກສຶກສາລາວ ທີ່ປະເທດຍີ່ປຸ່ນ ໄດ້ຈັດກິດຈະກຳ ຍ່າງການກະສົນ ເພື່ອລະດົມທຶນຊ່ອຍເຫຼືອປະຊາຊົນຍີ່ປຸ່ນ ຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດ ທີ່ແຂວງຄຸມາໂມໂຕະ ປະເທດຍີ່ປຸ່ນ, ກິດຈະກຳຍ່າງຄັ້ງນີ້ແມ່ນໄດ້ຈັດຂື້ນ ໃນຕອນແລງວັນທີ 18 ມີຖຸນາ 2016 ເສັ້ນທາງແຄມຂອງທ່າວັດຈັນ, ນະຄອນຫລວງວຽງຈັນ ເຊິ່ງມີມວນຊົນເຂົ້າຮ່ວມ ພັນກວ່າຄົນ. ທຶນທີ່ໄດ້ຮັບມາຈາກການຈັດກິດຈະກຳທັງໝົດ ຫຼັງຈາກຫັກຄ່າໃຊ້ຈ່າຍ ແມ່ນໄດ້ມອບໃຫ້ ສະມາຄົບມິດຕະພາບລາວ-ຍີ່ປຸ່ນ ສູນກາງ ເພື່ອນຳໄປມອບຕໍ່ໃຫ້ລັດຖະບານຍີ່ປຸ່ນ ແລະ ນຳໄປຊ່ວຍເຫລືອ ປະຊາຊົນ ແຂວງຄຸມາໂມໂຕະ
ການລະດົມທຶນໃນຄັ້ງນີ້, ແມ່ນເພື່ອນໍາໄປຊ່ອຍເຫຼືອຜູ້ທີ່ບໍ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ ຄັ້ງຮຸນແຮງໃນເດືອນ ເມສາ 2016 ທີ່ຜ່ານມາ ທີ່ແຂວງຄຸມາໂມໂຕະ, ປະເທດຍີ່ປຸ່ນ, ມີຜູ້ທີ່ຂາດທີ່ຢູ່ອາໃສເກືອບ 100,000 ຄົນ, ນອກຈາກນີ້, ກໍ່ຍັງມີສະຖານທີ່ຈະຕ້ອງໄດ້ບູລະນະສ້ອມແປງອີກຈຳນວນຫຼວງຫຼາຍ. ການສ້າງກິດຈະກຳຍ່າງລະດົມທຶນໃນຄັ້ງນີ້. ສະແດງໃຫ້ເຫັນເຖິງຄວາມມີມະນຸດສາທຳ ແລະ ຊ່ວຍເຫລືອແ່ເພື່ອນມະນຸດຮ່ວມກັນ ທີ່ອາໃສໃນໂລກຫນ່ວຍນີ້. ນອກຈາກນີ້ແລ້ວ ໃນໄລຍະຜ່ານມາ ສະມາຊິກນັກສຶກສາຂອງສະມາຄົມທຸກຄົນ ແມ່ນໄດ້ຮັບການສຶກສາມາຈາກປະເທດຍີ່ປຸ່ນ ເພື່ອກັບຄືນມາພັດທະນາປະເທດຊາດ ຂອງຕົນເອງໃນປັດຈຸບັນ, ສະນັ້ນ ກິດຈະກຳຍ່າງລະດົມທຶນໃນຄັ້ງນີ້ ຈຶ່ງເປັນນ້ຳໃຈອັນນ້ອຍໆ ຈາກສະມາຊິກທຸກຄົນ ຂອງສະມາຄົມອາດີດນັກສຶກສາລາວຈາກຍີ່ປຸ່ນ ເພື່ອຕອບແທນບຸນຄຸນແກ່ລັດຖະບານຍີ່ປຸ່ນ ແລະ ການຊ່ວຍເຫລືອແກ່ຜູ້ປະສົບໄພທຳມະຊາດ.
ກິດຈະກຳຍ່າງແມ່ນໄດ້ ມີໄລຍະທາງ 2 ກິໂລແມັດ ລຽບຕາມເສັ້ນທາງແຄມຂອງ, ນອກຈາກນັ້ນ ພາຍໃນງານຍັງມີການສະແດງຄອນເສີດ ຈາກສີລະປິນລາວ ຫລາຍຄ້າຍ ໃນການມາສ້າງສີສັນ ແລະ ບັນຍາກາດ ງານງານຄັ້ງນີ້.