ທ້າຍເດືອນກັນຍາ 2017 ຜ່ານມານີ້, ທີ່ ອາດເອເວນີວ ໄດ້ຈັດງານ soft opening ຂື້ນຢ່າງເປັນທາງການ ເຊີ່ງພາຍໃນງານ ປະກອບດ້ວຍຫລາຍກິດຈະກຳ ທີ່ຫນ້າສົນໃຈ. ສຳລັບໂຄງການ ອາດເອເວນິວ ເປັນໄລສະໄຕ ຄອມມູນິຕີ້ ແຫ່ງຫນຶ່ງ ໃນນະຄອນຫລວງວຽງຈັນ ພາຍໃຕ້ແນວຄິດ Where Life mee style ຊີວິດ ກັບ ໄລສະໄຕ ມາພົບກັນ. ໂຄງການ ອາດເອເວນິວ ແມ່ນຕັ້ງຢູ່ໂະຫນົນໄກສອນ ພົມວິຫານ ເປັນສະຖານທີ່ ທີ່ມີຄວາມເອື້ອອຳນວຍ ໃນຫລາຍດ້ານ ແລະ ຫລາຍຄົນຕ້ອງໄດ້ມາສຳຜັດ ເຊີ່ງເປັນສະຖານທີ່ແຫ່ງໃຫມ່ ທີ່ໃຫ້ບໍລິການຫລາກຫລາຍ ທັງອາຫານ ແລະ ເຄື່ອງດື່ມ, ຄາແຄ ແລະ ອື່ນໆ.
ງານ soft opening ຄັ້ງນີ້ ທ່ານ ດາໄນ ປະຣັງກາວຸດ ຜູ້ອໍານວຍການ ໂຄງການ ອາດເອເວນິວ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ໄດ້ຖືກສ້າງຂື້ນໃນພື້ນທີ່ 5 ໄລ່ ດ້ວຍງົບປະມານການລົງທຶນ ປະມານ 60 ລ້ານບາດ ຫລື ປະມານ 15 ຕື້ກວ່າກີບ. ເຊີ່ງເປັນການຮ່ວມມື ລະຫວ່າງນັກທຸລະກິດລາວ ແລະ ນັກທຸລະກິດໄທ ທັງສອງຝ່າຍຕ່າງກໍ່ມີຄວາມມຸ້ງຫວັງ ທີ່ກົງກັນ ແບບ ໄລສະໄຕ. ເຊີ່ງພາຍໃນ ໂຄງການ ອາດເອເວນິວ ປະກອບດ້ວຍ ຮ້ານປີ້ງໄກ່, ຕຳຫມາກຮຸ່ງ, ຮ້ານອາຫານທະເລ ຊາບຸ, ຮ້ານເຄື່ອງດື່ມ, ຮ້ານຄາແຄ ແລະ ຮ້ານ
ທ່ານ ຜູ້ອໍານວຍການ ກ່າວຕື່ມວ່າ: ຈາກແນວຄວາມຄິດ ໃນການຕັດສິນໃຈເຂົ້າມາເຮັດທຸລະກິດ ໃນ ສປປ ລາວ ມາເປັນເວລາ 10 ກວ່າປີ ເຮັດໃຫ້ເຫັນໄດ້ເຖິງການພັດທະນາຢ່າງຕໍ່ເນື່ອງພາຍໃນນະຄອນຫລວງວຽງຈັນ, ໂດຍສະເພາະໃນ 5 ປີຫລັງ ນະຄອນຫລວງວຽງຈັນ ໄດ້ມີການພັດທະນາໃນດ້ານຕ່າງໆ ຢ່າງໄວວາ ສະນັ້ນ ຈິ່ງເຮັດໃຫ້ເກີດມີແນວຄິດ ໃນການສ້າງໂຄງການ ອາດເອເວນິວ ນີ້ຂື້ນມາ ໃຫ້ກາຍເປັນສູນລວມໄລສະໄຕ ທີ່ເຫມາະສົມ ສອດຄ່ອງກັບການພັດທະນາຕົວຈິງ. ການລົງທຶນດັ່ງກ່າວ ເປັນການຮ່ວມມື ສອງຝ່າຍ ດ້ວຍງົບປະມານການລົງທຶນ ປະມານ 15 ຕືກວ່າກີບ ເພື່ອເຮັດໃຫ້ຊາວນະຄອນຫລວງວຽງຈັນ ມີສະໄຕ ກັບຊີວິດທີ່ປ່ຽນແປງ ໄປພ້ອມໆກັນ.
ເປົ້າຫມາຍໂຄງການ ຄື: ພາຍໃນໂຄງການສ້າງຮ້ານອາຫານທີ່ມີຄຸນນະພາບ ໂດຍການຮ່ວມທຸລະກິດ ເຊີ່ງແຕ່ລະຮ້ານ ທີ່ຢູ່ໃນໂຄງການ ອາດເອເວນິວ ແມ່ນຈະມີໄລສະໄຕ ຫລື ເອກກະລັກເປັນຂອງຕົນເອງ, ສ້າງເປັນເປັນສະຖານທີ່ ທີ່ທຸກຄົນມັກ ອີກແຫ່ງຫນຶ່ງ ໃນນະຄອນຫລວງວຽງຈັນ ແລະ ຍັງເປັນໂອກາດທີ່ດີ ທີ່ຄົນວຽງຈັນ ສາມາດສຳຜັດໄດ້ ແລະ ໃຊ້ຊິວິດແບບມີໄລສະໄຕ.
Editor: ກຳປານາດ ລັດຖະເຮົ້າ