ທ້າຍເດືອນກັນຍາ ຜ່ານມານີ້, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ພ້ອມດ້ວຍຫນ່ວຍງານ ເຈົ້າຫນ້າທີ່ ປກສ ຮັກສາຄວາມປອດໄພ ເຂດເສດຖະກິດພິເສດ 3 ຫລຽ່ມຄຳ ໄດ້ລົງກວດກາ ພ້ອມທັງຍຶດຢາສູບປອມ ແລະ ເຫລົ້າວາຍປອມ ຈຳນວນຫນຶ່ງ ທີ່ຜິດກົດຫມາຍ ນຳມາທຳລາຍຖີ້ມ ເຊີ່ງ ຢາສູບປອມ ທີ່ສາມາດກວດພົບ ແລະ ຍຶດໄດ້ ມີຈຳນວນ 68 ແກັດ, ແລະ ເຫລົ້າວາຍປອມ ຈຳນວນຫນຶ່ງ
ການປະຕິບັດຫນ້າທີ່ຂອງ ພາກສ່ວນທີ່ກ່ຽວຊ້ອງ ທັງ ສອງຝ່າຍ ຄັ້ງນີ້ ເພື່ອຮັບປະກັນຄວາມປອດໄພແກ່ຜູ້ບໍລິໂພກ ພາຍໃນເຂດ ແລະ ທັງເປັນການປະຕິບັດຕາມລະບຽບກົດຫມາຍບ້ານເມືອງ ວ່າດ້ວຍການຄຸ້ມຄອງຜູ້ບໍລິໂພກ ໃນ ສປປ ລາວ.
Editor: ກຳປານາດ ລັດຖະເຮົ້າ