ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມລະບາດວິທະຍາພາກສະຫນາມ ປະຈຳປີ 2017 ຂື້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 28-29 ກັນຍາ 2017 ທີ່ຜ່ານມານີ້. ໂດຍຮ່ວມເປັນປະທານ ມີທ່ານ ດຣ, ນາງ ຣຽວໂກະ ທະສຸຢູກະ ( Dr. Reiko Tsuyuoko ) ຫົວຫນ້າທີມແຜນງານຕອບໂຕ້ສາທາລະນະສຸກ ອົງການອະນາໄມໂລກ ປະຈໍາ ສປປ ລາວ, ທ່ານ ດຣ. ສີບຸນໂຮມ ອັກຄະວົງ ຮອງກົມຄວບຄຸມພະຍາດຕິດຕໍ່, ທ່ານ ດຣ. ອ່ອນຈັນ ແກ້ວສະຫວັນ ຫົວຫນ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ. ນອກນີ້ຍັງມີອາດິດ ຫົວຫນ້າກົມ ຄວບຄຸມພະຍາດຕິດຕໍ່ ທ່ານ ດຣ, ບູນຫລາຍ ພົມມະຈັກ ເຂົ້າຮ່ວມມີບັນດາຕົວແທນຈາກຂະແຫນງການ ຫນ່ວຍງານສາທາລະນະສຸກ ສູນກາງ ແລະ ທ້ອງຖີ່ນ ລວມທັງຄູ່ຮ່ວມງານ ທີ່ເຮັດວຽກກ່ຽວກັບລະບາດວິທະຍາ ພາກສະຫນາມໃນແຕ່ລະລຸ້ນ ຈຳນວນ ເກືອບ 50 ທ່ານ.
ການປ່ຽນແປງລະບຽບສາກົນດ້ານສາທາລະນະສຸກ ນັບແຕ່ປີ 1969 ເປັນຕົ້ນມາ ຈົນເຖິງປີ 2005 ໄດ້ຮຽກຮ້ອງໃຫ້ທຸປະເທດທີ່ເປັນສະມາຊິກຂອງອົງການອະນາໄມໂລກ ລວມທັງ ສປປ ລາວ ແມ່ນຕ້ອງໄດ້ປະຕິບັດກົດລະບຽບໃຫມ່ ເພື່ອພ້ອມກັນສະກັດກັ້ນ ແລະ ຄວບຄຸມພະຍາດຕິດຕໍ່ ທີ່ອາດຈະລະບາດ, ບໍ່ໃຫ້ແຜ່ລາມ ຈາກຈຸດຫນຶ່ງ ໄປຍັງອີກຈຸດຫນຶ່ງ ແລະ ຈາກປະເທດຫນຶ່ງ ໄປຫາອີກປະເທດຫນື່ງ ຫລື ປະເທດອື່ນໆ, ເພື່ອປ້ອງກັນຊີວິດ ແລະ ສຸຂະພາບຂອງມວນມະນຸດ. ເນື້ອໃນຂອງກົດລະບຽບສາກົນດ້ານສາທາລະນະສຸກ 2005 ແມ່ນໄດ້ກຳນົດ 19 ຕົວຊີວັດ ໂດຍ
ໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ຂອງອົງການອະນາໄມໂລກ ຈົ່ງປະຕິບັດ ພ້ອມທັງວາງລະບົບຕິດຕາມ ແລະ ປະເມີນຜົນ ຂອງການຈັດຕັ້ງປະຕິບັດ ກົດລະບຽບດັ່ງກ່າວ. ໃນວາລະຄວາມຫມັ້ນຄົງດ້ານສາທາລະນະສຸກ ( ຈິ ເຫັດ ເອັສ ເອ ) ໄດ້ຖືເອົາບູລິມະສິດ 3 ຢ່າງ ຄື:
1/ ການປ້ອງກັນ ແລະ ຫລຸດຜ່ອນການເກີດລະບາດຂອງພະຍາດ ( Prevent )
2/ ການຊອກຄົ້ນຫາ ການເກີດພະຍາດ ໄດ້ໄວແຕ່ຫົວທີ ( Detect )
3/ ການຕອບໂຕ້ ຕໍ່ການເກີດພະຍາດ ໄດ້ໄວທັນເວລາ ( Response )
ເມື່ອເປັນດັ່ງນັ້ນ ມັນໄດ້ຮຽກຮ້ອງຜູ້ທີ່ເຮັດວຽກນີ້ຕ້ອງມີຄວາມສາມາດ, ມີຄວາມຮູ້ ເພື່ອຕອບສະຫນອງພະນັກງານວິຊາການ ໃຫ້ພໜງພໍ ກັບການດຳເນີນງານ ປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ໃຫ້ມີປະສິດທິພາບ. ສຳລັບ ສປປ ລາວ ນັບແຕ່ປີ 2009 ເປັນຕົ້ນມາ ຈົນເຖິງປະຈຸບັນ ແມ່ນໄດ້ຈັດຊຸດອົບຮົມລະບາດວິທະຍາ ພາກສະຫນາມມາແລ້ວ 9 ລຸ້ນ ແລະ ສ້າງນັກລະບາດວິທະຍາພາກສະຫນາມ ໄດ້ທັງໝົດ 63 ທ່ານ ເຊິ່ງມາຈາກຫລາຍສາຂາ ວິຊາ ແລະ ຂະແຫນງການ ໃນຂອບເຂດທົ່ວປະເທດ.
ການອົບຮົມລະບາດວິທະຍາພາກສະຫນາມ ແມ່ນມີເປົ້າຫມາຍສ້າງນັກລະບາດວິທະຍາ ໃຫ້ມີຄວາມຮູ້-ຄວາມສາມາດ ທາງດ້ານລະບາດວິທະຍາ ໂດຍສະເພາະວຽກງານເຝົ້າລະວັງ. ຄົ້ນຫາການເກີດ ການລະບາດຂອງພະຍາດໄດ້ແຕ່ຫົວທີ, ການລົງສອບສວນການເກີດລະບາດ ແລະ ການຕອບໂຕ້ໃຫ້ທັນການ ແລະ ມີປະສິດທິພາບ, ສ່ວນນັກລະບາດວິທະຍາ ຜູ້ທີ່ຮຽນຈົບໄປ ກາຍເປັນກ້ອນກຳລັງແຮງອັນສຳຄັນໃຫ້ແກ່ວຽກງານສາທາລະນະສຸກ ຫລື ສາມາດເວົ້າໄດ້ວ່າ: ເປັນປ້ອມດ່ານຫນ້າ ຂອງວຽກງານ ກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຊິ່ງເຫັນໄດ້ໃນເວລາ ມີການລະບາດ ບໍ່ວ່າຈະເກີດຢູ່ຈຸດໃດ, ສະຖານທີ່ໃດ ນັກລະບາດວິທະຍາແມ່ນຕ້ອງໄດ້ປະຕິບັດຫນ້າທີ່ຂອງຕົນ ເຂົ້າໃນວຽກງານ ຢ່າງຕັ້ງຫນ້າ ຕາມພາລະບົດບາດອັນສຳຄັນຂອງຕົນ. ກອງປະຊຸມລະບາດວິທະຍາ ປະຈຳປີ ຄັ້ງນີ້ ຍັງໄດ້ທົບທວນບັນດາຈຸດດີ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານ, ພ້ອມກັນນັ້ນ ຍັງໄດ້ສຸມແນວຄວາມຄິດໃສ່ເພື່ອຄົ້ນຄວ້າ ແລະ ແນວທາງໃນການພັດທະນາຊຸດອົບ ໃຫ້ດີຂື້ນເທື່ອລະກ້າວ.
Editor: ກຳປານາດ ລັດຖະເຮົ້າ