ເພື່ອເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ສັດນ້ຳ ໃຫ້ມີຄວາມອຸດົມສົມບູນ ມີປາຫລາກຫລາຍຊະນິດ ແນໃສ່ປູກຈິດສຳນຶກ ເປັນແບບຢ່າງໃຫ້ແກ່ທຸກຄົນ ໃນຊຸມຊົນ ໄດ້ມີຄວາມຄິດປົກປັກຮັກສາສະພາບແວດລ້ອມ ໃຫ້ສະອາດຈົບງາມ ໃນນ້ຳໃຫ້ມີປາ ໃຫ້ໄດ້ເບີ່ງຊົມ, ຢູ່ເທີງບົກມີຕົ້ນໄມ້ ສີຂຽວ ແລະ ອາກາດປອດໂປງ ເຮັດໃຫ້ສະຖານທີ່ຫນອງນ້ຳບຶງຂະຫຍອງ ເປັນອີກສະຖານທີ່ທ່ອງທ່ຽວ ແລະ ພັກຜ່ອນ ຂອງຄົນໃນຊຸມຊົນ ໂດຍສະເພາະນັກກິລາ ທີ່ເຂົ້າມາຝຶກຊ້ອມ ເພື່ອກຽມເຂົ້າງານແຂ່ງຂັນກິລາຂັ້ນຕ່າງໆ ແລະ ກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນທ້າຍປີ 2018.
ພິທີປ່ອຍປາ ລົງຫນອງນ້ຳບຶງຂະຫຍອງ ໄດ້ຈັດຂື້ນໃນວັນທີ 29 ກັນຍາ 2017 ນີ້, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານປ່ອຍ ມີທ່ານ ສີຫຸນ ສິດທິລືໄຊ ຮອງເລຂາພັກ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ມີ ທ່ານ ຊົມພູ ແກ້ວປັນຍາ ຫົວຫນ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ສຳລັບປາ ທີ່ປ່ອຍລົງສູ່ຫນອງນ້ຳບຶງຂະຫຍອງ ຄັ້ງນີ້ ແມ່ນເປັນ ຄັ້ງທຳອີດ ແລະ ປະກອບມີ ປາໄນ, ປາປາກ, ປານິນ ແລະ ປາສະຫວາຍ ລວມທັງໝົດ 1 ຫມຶ່ນກວ່າໂຕ, ເຊິ່ງໄດ້ອະນຸບານໄວ້ ຕັ້ງແຕ່ເດືອນກໍລະກົດ 2017 ເປັນຕົ້ນມາ. ການປ່ອຍປາລົງສູ່ຫນອງ ດັ່ງກ່າວ ເຫັນວ່າມີຄວາມເຫມາະສົມແກ່ການຂະຫຍາຍພັນປາຫລາຍຊະນິດ ແລະ ຖືວ່າເປັນຂະບວນການຫນຶ່ງ ທີ່ພົວພັນ ກັບຫລາຍວຽກງານ ເຊັ່ນ: ວຽກງານການສຶກສາ, ກິລາ, ວຽກງານກະສິກຳ ແລະ ປ່າໄມ້, ວຽກງານການທ່ອງທ່ຽວ ແລະ ວຽກງານສາທາລະນະສູກ, ສິ່ງແວດລ້ອມ ແລະ ອື່ນໆ. ແລະ ຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ແລະ ຍັງຈພສຶບຕໍ່ໃນທຸກໆປີໄປເລື້ອຍໆ ເພື່ອໃຫ້ບັນລຸຕາມແຜນການພັດທະນາວຽກງານກິລາ-ກາຍະກຳ ຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ແຜນການຄົ້ນຄວ້າອື້ນໆ ທີ່ວາງໄວ້ ໃຫ້ປະກົດເປັນຈິງໄປຕາມລຳດັບ. ໃນພິທີ ຄະນະປະທານ ໄດ້ພ້ອມກັນປ່ອຍປາລົງສູ່ຫນອງນ້ຳບື່ງຂະຫຍອງ ຢ່າງເປັນທາງການ ເຊີ່ງການປ່ອຍ ຄັ້ງນີ້ ມີຈຳນວນປາທັງໝົດ 1 ຫມື່ນກວ່າໂຕ, ປະກອບມີ ປາໄນ, ປາປາກ, ປານນິນ ແລະ ປາສະຫວາຍ.
Editor: ກຳປານາດ ລັດຖະເຮົ້າ