ການລົງສວນຜັກ ຫຼື ຫົດຜັກຕອນເຊົ້າໄດ້ກາຍເປັນກິດຈະກຳປະຈຳວັນ ອັນໜຶ່ງທີ່ນັກຮຽນພາກັນເຮັດ. ນັກຮຽນແຕ່ລະຫ້ອງຈະມີຕາຕະລາງຫົດຜັກຂອງຫ້ອງໃຜລາວ ແລະ ສະມາຊິກໃນຫ້ອງແຕ່ລະຄົນຕ້ອງໄດ້ປະຕິບັດຕາມນັ້ນ.
ພາຍຫຼັງຫັດກາຍຕອນເຊົ້າແລ້ວ, ນັກຮຽນບາງນ້ອງທີ່ຖືກຟຽນຫົດຜັກ ຈະຕ້ອງໄປຫົດ. ການຫົດຜັກກໍເປັນການອອກກຳລັງກາຍອີກແບບໜຶ່ງ ທີ່ຊ່ວຍເຮັດໃຫ້ນັກຮຽນແຂ່ງແຮງເພາະວ່າອາກາດຕອນເຊົ້າຈະສົດໄສຫຼາຍ ແລະ ເມື່ອນ້ອງໆນັກຮຽນໄດ້ສູດເອົາອາກາດສົດເລົ່ານັ້ນ, ກໍເປັນການຖ່າຍເຖ ອົກຊີແຊນ (Oxygen) ໂຕເກົ່າອອກ ແລະ ທົດແທນດ້ວຍ (Oxygen) ໂຕໃໝ່. ເມື່ອກາຍພ້ອມ-ໃຈພ້ອມແນ່ນອນການຮຽນຂອງນ້ອງນັກຮຽນກໍຕ້ອງພ້ອມເຊັ່ນດຽວກັນ.
ມີກິດຈະກໍາແບບນີ້ ຈະເຮັດໃຫ້ນ້ອງນັກຮຽນທັງຫຼາຍ ໄດ້ຮຽນຮູ້ວິຊາກະສິກໍາ ໄປນຳອີກດ້ວຍ, ຜູ້ທີ່ຮຽນເກັ່ງຮຽນດີ ຜ່ານຈາກຈຸດນີ້ແລ້ວ ກໍ່ຖືເປັນພາບແຫ່ງຄວາມຫຼັງ ທີ່ໜ້າຈົດຈຳ, ສ່ວນຜູ້ທີ່ຮຽນອ່ອນຫາກກ້າວບໍ່ເຖິງວິຊາຊີບ ກິດຈະກຳເຫຼົ່ານີ້ ກໍ່ນັບເປັນໂຮງຮຽນວິຊາຊີບອັນໜຶ່ງໃຫ້ນ້ອງໄດ້ໜູນໃຊ້ໃນການທຳມາຫາກິນຕໍ່ໄປ ຂໍໃຫ້ນ້ອງໆທຸກຄົນສູ້ໆເພື່ອວັນຂ້າງໜ້າທີ່ດີກວ່າ.
Editor: ກຳປານາດ ລັດຖະເຮົ້າ