ທ້າຍເດືອນກັນຍານີ້, ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ແຂວງອັດຕະປື, ໄດ້ຈັດກອງປະຊຸມເຜີຍແຜ່ແນະນຳການຈັດຕັ້ງປະຕິບັດກົດຫມາຍ ວ່າດ້ວຍການປະກັນ-ສັງຄົມ ສະບັບປັບປຸງ ຂື້ນທີ່ຫ້ອງການສະພາປະຊາຊົນ ແຂວງອັດຕະປື, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານນາງ ອຳຄາ ສີຫາລາດ ກຳມະການພັກແຂວງ, ຫົວຫນ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ແຂວງອັດຕະປື, ມີ ທ່ານ ບຸນທະວິ ຈະເລີນຜົນ ຜູ້ອໍານວຍການໂຮງຫມໍ ແຂວງອັດຕະປື, ມີພະແນກການອ້ອມຂ້າງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງ ຄຳແນະນຳການຈັດຕັ້ງປະຕິບັດ ກົດຫມາຍວ່າດ້ວຍການປະກັນສັງຄົມ ສະບັບປັບປຸງ ເຊິ່ງໄດ້ຍົກໃຫ້ເຫັນ ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດ ຂອງກົດຫມາຍວ່າດ້ວຍການປະກັນຍສັງຄົມ ໂດຍສະເພາະ ເນື້ອໃນເງື່ອນໄຂ, ວິທີການຄິດໄລ່, ການອຸດຫນູນປະກັນສັງຄົມ ປະເພດຕ່າງໆ, ການຖອນເງິນສົມທົບຂອງລັດຖະບານ, ພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫລວດ, ຫົວຫນ້າແຮງງານ ແລະ ຜູ້ອອກແຮງງານ, ຜູ້ປະກອບສ່ວນອາຊິບສ່ວນບຸກຄົນ ແລະ ຜູ້ສະຫມັກໃຈ, ການສະສົມເງິນສົມທົບ ແລະ ໄລຍະປະກັນຕົນ, ການສະເໜີຮັບປະກັນສັງຄົມ ເພື່ອໃຫ້ມີຄວາມເຂົ້າໃຈ ຢ່າງຖືກຕ້ອງ, ຊັດເຈນ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ. ກົດຫມາຍວ່າດ້ວຍການປະກັນສັງຄົມ ປະກອບມີ 9 ພາກ, 16 ຫມວດ ແລະ 94 ມາດຕາ. ໃນນີ້ໄດ້ແນະນໍາບາງເນື້ອໃນ ບາງມາດຕາ ໃນພາກທີ 2 ລະບອບການອຸດຫນູນປະກັນ-ສັງຄົມ, ພາກທີ 3 ກອງທຶນ ແລະ ສະພາບໍລິຫານ ກອງທຶນປະກັນສັງຄົມແຫ່ງຊາດ ແລະ ພາກທີ 4 ການຮັບອຸດຫນູນປະກັນສັງຄົມ ເພື່ອໃຫ້ມີຄວາມເຂົ້າໃຈ ກ່ຽວກັບເນື້ອໃນ ວິທີ ແລະ ຂັ້ນຕອນ ໃນການຈັດຕັ້ງປະຕິບັດ
Editor: ກຳປານາດ ລັດຖະເຮົ້າ