ເມືອງພຽງ ແຂວງໄຊຍະບູລີ ຈັດພິທີຊົມເຊີຍວັນຄົນພິການແຫ່ງຊາດ ແລະ ຊົມເຊີຍວັນຜູ້ອາຍຸສູງ ໃນວັນທີ 27 ກັນຍາ 2017 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານນາງ ແພງຈັນ ແກ້ວມະນີວົງ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດການ-ສັງຄົມ ແຂວງໄຊຍະບູລີ, ມີ ທ່ານນາງ ແສງອາພອນ ແກ້ວບົວໂຮມ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໆພຽງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ຄະນະສະມາຄົມເບ້ຍບຳນານ-ເສຍອົງຄະ ແລະ ຄົນພິການ, ພະນັກງານຫຼັກແຫຼ່ງຂອງເມືອງ, ລັດວິສາຫະກິດຕະຫຼອດຮອດນັກທຸລະກິດ ເຂົ້າຮ່ວມ 200 ກວ່າຄົນ.
ພິທີເລີ່ມຕົ້ນດ້ວຍກິດຈະກຳການຍ່າງເພື່ອສຸຂະພາບ ຕາມເສັ້ນທາງຫຼວງແຫ່ງຊາດ ຈຸດປະສົງເພື່ອເຮັດໃຫ້ຄົນພິການ, ຜູ້ອາຍຸສູງໃນທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈຕໍ່ປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ, ເຮັດໃຫ້ທຸກອົງການຈັດຕັ້ງພັກ-ລັດ ໄດ້ປະກອບສ່ວນເຂົ້າໃນການປະຕິບັດ ດຳລັດວ່າດ້ວຍຄົນພິການ ແລະ ຜູ້ອາຍຸສູງເວົ້າລວມເວົ້າສະເພາະແມ່ນ ເພື່ອໃຫ້ຜູ້ພິການ, ຜູ້ອາຍຸສູງທີ່ດ້ອຍໂອກາດໄດ້ຮັບການພັດທະນາ, ການຊ່ວຍເຫຼືອເບິ່ງແຍງດູແລຈາກສັງຄົມ ແລະ ເພື່ອຊຸກຍູ້ສົງເສີມການຮັກສາສຸຂະພາບຂອງຄົນພິການ, ຜູ້ອາຍຸສູງໃຫ້ດີຂື້ນ. ໃນໂອກາດນີ້ ທ່ານນາງ ແສງອາພອນ ແກ້ວບົວໂຮມ ຮອງເຈົ້າເມືອງ ກໍ່ໄດ້ຂື້ນຜ່ານປະຫວັດຄວາມເປັນມາຂອງວັນຄົນພິການ ແລະ ວັນຜູ້ອາຍຸສູງ ທີ່ມີຄວາມໝາຍຄວາມສຳຄັນໄລຍະຜ່ານມາ. ໂດຍຍົກໃຫ້ເຫັນເຖິງຂະບວນການວິວັດແຫ່ງການຊ່ວຍເຫຼືອ, ຟື້ນຟູ, ບໍາບັດ ແລະ ພັດທະນາຄົນພິການ ແລະ ຜູ້ອາຍຸສູງນັບແຕ່ສະໄໝຕໍ່ສູ້ກູ້ຊາດກໍ່ຄືສະໄໝປະຈຸບັນ ຍາມໃດພັກ-ລັດກໍ່ເປັນຫວ່ງເປັນໄຍຕໍ່ຊີວິການເປັນຢູ່ຂອງປະຊາຊົນໂດຍສະເພາະຄົນພິການ, ຜູ້ເສຍອົງຄະ ແລະ ຜູ້ອາຍຸສູງໄດ້ຮັບການປົວແປງນັບມື້ນັບດີຂື້ນ. ການຈັດພິທີດັ່ງກ່າວກໍ່ເພື່ອເສີມສ້າງ ແລະ ຂະຫຍາຍຄຸນລັກສະນະອັນດີເລີດຂອງຜູ້ອາຍຸສູງບັນດາເຜົ່າຂອງລາວທີ່ມີຜົນງານຕໍ່ພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ
ໃນປັດຈຸບັນ ໃຫ້ນັບມື້ນັບສູງຂື້ນ, ໂດຍສ້າງໂອກາດໃຫ້ຄົນພິການ ແລະ ຜູ້ອາຍຸສູງສຶບຕໍ່ເປັນພົນລະເມືອງ ທີດີຂອງຊາດ, ໄດ້ຮັບການສຶກສາຮໍ່າຮຽນເພື່ອຖ່າຍທອດມູນເຊື້ອຄຸນງາມຄວາມດີໄວ້ໃຫ້ຄົນຮຸ່ນຫຼັງສຶບທອດຕໍ່ໄປ. ພິທີຄັ້ງນີ້ ກໍ່ໄດ້ມີກິດຈະກຳກວດເຊັກສຸຂະພາບໂດຍບໍ່ເສຍຄ່າໃຫ້ຄົນພິການ ແລະ ຜູ້ອາຍຸສູງຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ