ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບອາກາດ ໃນ ສປປ ລາວ ທົ່ວທຸກພາກ ນັບແຕ່ ວັນທີ 28 ກັນຍາ ຫາ 1 ຕຸລາ 2017 ວ່າ: ພາຍຫລັງວັນທີ 28 ກັນຍາ ເປັນຕົ້ນໄປ ມໍລະສຸມຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງເພີ່ມຂື້ນພັດປົກຄຸມໃນທົ່ວທຸກພາກ, ເຊີ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງ, ພ້ອມມີລົມພັດແຮງ ຢູ່ໃນບາງທ້ອງຖີ່ນ. ໃນແຕ່ລະພາກ
ພາກເຫນຶອດ້ານຕາເວັນອອກ ຫລັງຈາກວັນທີ 28 ກັນຍາ ຫາ ວັນທີ 1 ຕຸລາ 2017 ຝົນຍັງສຶບຕໍ່ຕົກໃນລະດັບຄ່ອຍ ແລະ ປານກາງ, ພ້ອມມີລົມພັດແຮງ ໃນບາງທ້ອງຖິ່ນ, ສະເພາະແຂວງຊຽງຂວາງ ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 28-30 ອົງສາ.
ພາກເຫນືອດ້ານຕາເວັນຕົກ ຝົນຍັງສຶບຕໍ່ຕົກໃນລະດັບຄ່ອຍ ແລະ ປານກາງ, ພ້ອມມີລົມພັດແຮງ ໃນບາງທ້ອງຖິ່ນ, ອຸນຫາພູມຕ່ໍາສຸດ 23-25 ອົງສາ ແລະ ສູງສຸດ 31-33 ອົງສາ
ພາກກາງ ຝົນຍັງສຶບຕໍ່ຕົກໃນລະດັບຄ່ອຍ ແລະ ປານກາງ, ພ້ອມມີລົມພັດແຮງ ໃນບາງທ້ອງຖິ່ນ, ອຸນຫາພູມຕໍ່າສຸດ 22-24 ອົງສາ ແລະ ສູງສຸດ 32-34 ອົງສາ
ພາກໃຕ້ ຝົນຍັງສຶບຕໍ່ຕົກໃນລະດັບຄ່ອຍ ແລະ ປານກາງ, ພ້ອມມີລົມພັດແຮງ ໃນບາງທ້ອງຖິ່ນ, ອຸນຫາພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 31-33 ອົງສາ
ສ່ວນທີ່ນະຄອນຫລວງວຽງຈັນ ຝົນຍັງສຶບຕໍ່ຕົກໃນລະດັບຄ່ອຍ ແລະ ຕົກປານກາງ ອຸນຫະພຸມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 32-34 ອົງສາ
ຄາດຄະເນລະດັບນ້ຳຂອງ ແລະ ສາຂາ ໄລຍະວັນທີ 28 ກັນຍາ -1 ຕຸລາ 2017 ນີ້ ລະດັບນ້ຳຕາມສາຂາ ອາດສູງຂື້ນ ໄວ ໂດຍສະເພາະຢູ່ເຂດພາກກາງ ຫາ ພາກໃຕ້.
Editor: ກຳປານາດ ລັດຖະເຮົ້າ