ດ່ານພາສີສາກົນຂົວມິດຕະພາບ 1 ຈະນໍາໃຊ້ລະບົບ ຈັດເກັບພາສີ-ອາກອນ ຜ່ານລະບົບ ອີເລັກໂທນິກ ເພື່ອສະກັດກັ້ນການນໍາເຂົ້າເຄື່ອງຂອງຕິດຕົວຜູ້ໂດຍສານ ທີ່ມີລັກສະນະທາງການຄ້າ ແລະ ມີການເຂົ້າ-ອອກ ຜ່ານດ່ານເປັນປະຈໍາ, ເພື່ອປົກປ້ອງຜູ້ປະກອບການທີ່ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍພາຍ ໃນ ສປປ ລາວ.
ໃນທ້າຍກັນຍາ 2017 ນີ້, ທີ່ດ່ານພາສີສາກົນ ຂົວມິດຕະພາບ 1 ນະຄອນຫລວງວຽງຈັນ-ຫນອງຄາຍ ໄດ້ມີ ເຊັນສັນຍາ 2 ຝ່າຍ ລະຫວ່າງ ກົມພາສີ, ກະຊວງການເງິນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ວ່າດ້ວຍການພັດທະນາລະບົບຈັດເກັບອາກອນ ມູນຄ່າເພີ່ມ ຈາກເຄື່ອງຕິດຕົວຜູ້ໂດຍສານຂາເຂົ້າ ແລະ ຄ່າທໍານຽມຜູ້ໂດຍສານ, ພາຫະນະເຂົ້າ-ອອກ ທີ່ດ່ານພາສີສາກົນຂົວມິດຕະພາບ 1 (Smart VAT ແລະ Fees).
ການພັດທະນາການຈັດເກັບອາກອນແບບອີເລັກໂທຣນິກ ສ່ວນໜຶ່ງ ແມ່ນເປັນການສົ່ງເສີມໃຫ້ປະຊາຊົນ ຫລື ຜູ້ໂດຍສານ ມີການໃຊ້ບໍລິການ ຫລື ຈັບຈ່າຍສິນຄ້າ, ເຄື່ອງຂອງພາຍໃນໃຫ້ຫລາຍຂຶ້ນ; ຫລຸດຜ່ອນການນໍາເອົາເງິນຕາອອກນອກປະເທດ ແລະ ອື່ນໆ. ຜູ້ຊົມໃຊ້ ຫລື ຜູ້ເສຍຄ່າພາສີອາກອນ ມູນຄ່າເພີ່ມ ສາມາດມີທາງເລືອກໃນການຊໍາລະອາກອນມູນຄ່າເພີ່ມໄດ້ງ່າຍຂຶ້ນ ເຊັ່ນ: ຜ່ານທາງ BCEL one ແລະ ຜ່ານບັດສະມາດແວັດ (Smart VAT Card) ເຊິ່ງສະດວກສະບາຍ ແລະ ໄວກວ່າໃຊ້ແບບຟອມແຈ້ງແບບດັ່ງເດີມ.
Editor: ກຳປານາດ ລັດຖະເຮົ້າ