ທ້າຍເດືອນກັນຍາ 2017 ນີ້, ອົງການອະນາໄມໂລກ ຮ່ວມກັບສູນຂ່າວສານການແພດ- ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ເປີດຊຸດອົບຮົມສື່ສານເພື່ອຫລຸດຜ່ອນຄວາມສ່ຽງ ໃນພາວະສຸກເສີນ ທາງດ້ານສາທາລະນະສຸກ ເພື່ອກະກຽມຕ້ານການລະບາດ ຂອງພະຍາດ. ຊຸດອົບຮົມ ຄັ້ງນີ້ ໄດ້ຈັດຂື້ນທີ່ ສູນຊັບພະຍາກອນມະນຸດ ແຂວງອັດຕະປື, ເຂົ້າຮ່ວມມີ ທ່ານ ດຣ. ຈັນທະວົງ ໄຊຍະເສນາ ຮອງຫົວຫນ້າພະແນກ ສາທາລະນະສຸກແຂວງອັດຕະປື, ທ່ານ ພຸມີ ໂພທິສານ ຫົວຫນ້າສູນຂ່າວສານການແພດ-ສຸຂະສຶກສາ ກະຊວງສາທາລະນະສຶກ, ມີຜູ້ຕາງຫນ້າອົງການອະນາໄມໂລກ, ບັນດາວິທະຍາກອນ ຈາກສູນຂ່າວສານການແພດ-ສຸຂະສຶກສາ, ນັກສໍາມະນາກອນຈາກ ຂະແຫນງສາທາລະນະສຸກແຂວງ, ເມືອງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຕະຫລອດໄລຍະ ຂອງການອົບຮົມ ບັນດານັກສໍາມະນາກອນ ໄດ້ຮຽນຮູ້ ແລະ ຮັບຟັງກ່ຽວກັບການລະບາດຂອງພະຍາດຕ່າງໆທີ່ເກີດຂື້ນ ພາຍໃນໂລກ, ທີ່ກໍ່ໃຫ້ເກີດຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ການລະບາດຂອງພະຍາດຕ່າງໆ ໃນປະເທດເຮົາ, ການຕ້ານ ແລະ ສະກັດກັ້ນ, ວິທີການຄວບຄຸມ ພະພຍາດ ບໍ່ໃຫ້ມີການລະບາດ, ລວມທັງການຕອບໂຕ້ພະຍາດດັ່ງກ່າວ, ການອົບຮົມ ຍັງໄດ້ມີການເຮັດກິດຈະກຳແບບເປັນກຸ່ມ ເພື່ອຫາລືວາງແຜນ ແລະ ຊອກວິທີໃນການຈັດຕັ້ງປະຕິບັດ, ການຕ້ານ ແລະ ຕອບໂຕ້ ບັນດາພະຍາດທີ່ຈະເກີດຂື້ນພາຍໃນແຂວງ, ເມືອງ ແລະ ທ້ອງຖິ່ນໃກ້ຄຽງ.
ການການຊຸດອົຍຮົມ ສື່ສານເພື່ອຫລຸດຜ່ອນຄວາມສ່ຽງ ໃນພາວະສຸກເສີນ ທາງດ້ານສາທາລະນະສຸກ ຄັ້ງນີ້ ຈຸດປະສົງຫລັກໆ ກໍ່ເພື່ອເຮັດໃຫ້ນັກສຳມະນາກອນ ຮຽນຮູ້ ແລະ ເຂົ້າໃຈ ໃນການວາງແຜນ, ການຈັດຕັ້ງປະຕິບັດວຽກງານ ການຕ້ານ, ຕອບໂຕ້ ແລະ ການສະກັດກັ້ນການແຜ່ລະບາດຂອງພະຍາດຕ່າງໆ ທີ່ເກີດຂື້ນພາຍໃນແຂວງ ເຮັດໃຫ້ປະຊາຊົນຫລຸດພົ້ນຈາກການຕິດແປດພະຍາດ ທີ່ຈະເກີດຂື້ນ, ເຮັດໃຫ້ປະຊາຊົນ ໄດ້ມີສຸຂະພາບທີ່ແຂງແຮງ ແລະ ມີຊີວິດທີ່ດີຂື້ນ
ຂອບໃຈທີມຂ່າວ ແຂວງອັດຕະປື
Editor: ກຳປານາດ ລັດຖະເຮົ້າ