ໃນລະຫວ່າງ ວັນທີ 25-26 ກັນຍາ 2017 ຜ່ານມານີ້, ຢູ່ທີ່ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ກົມຄຸ້ມຄອງການທ່ອງທ່ຽວ ຮ່ວມກັບ ພະແນກ ຖວທ ແຂວງວຽງຈັນ ໄດ້ມີກອງປະຊຸມເຜີຍແຜ່ມາດຕະຖານໂຮງແຮມ ຂຽວອາຊຽນ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊສົມບັດ ບຸນນະຜົນ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີ ທ່ານ ຄຳຟອງ ບົວທອງ ກຳມະການພັກແຂວງ, ຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ, ມີບັນດາທ່ານຫົວຫນ້າຫ້ອງການທີ່ກ້ຽວຂ້ອງ ແລະ ບັນດາຜູ້ປະກອບການທາງດ້ານໂຮງແຮມແລະ ເຮືອນພັກທົ່ວເມືອງວັງວຽງ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ໄຊສົມບັດ ບຸນນະຜົນ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ໄດ້ຂຶ້ນເຜີຍແຜ່ມາດຕະຖານໂຮງແຮມຂຽວອາຊຽນ ວ່າ: ປະຈຸບັນ ອຸດສາຫະກຳການທ່ອງທ່ຽວ ໃນ ສປປ ລາວ ໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເວົ້າລວມ ເວົ້າສະເພາະ ຢູ່ໃນແຂວງວຽງຈັນ ການທ່ອງທ່ຽວ ກໍ່ໄດ້ມີການຂະຫຍາຍຕົວເຊັ່ນກັນ ແຂວງວຽງຈັນ ມີສະຖານທີ່ພັກ ທັງຫມົດ ຈຳນວນ 249 ແຫ່ງ, ໃນນັ້ນມີໂຮງແຮມ 20 ແຫ່ງ, ຣີສອດ 40 ແຫ່ງ, ໂຮງແຮມ ແລະ ເຮືອນພັກ ທີ່ໄດ້ຮັບລາງວັນ ມາດຕະຖານໂຮງແຮມ ຂຽວອາຊຽນ ຈຳນວນ 2 ແຫ່ງຢູ່ທີ່ເມືອງວັງວຽງ.
ມາດຕະຖານໂຮງແຮມ ຂຽວອາຊຽນ ປະກອບມີ 11 ເງື່ອນໄຂຫລັກ ແລະ 30 ເງື່ອນໄຂຍ່ອຍ ເປັນຕົ້ນແມ່ນ ການນະໂຍບາຍ ແລະ ແຜນປະຕິບັດງານດ້ານສິ່ງແວດລ້ອມ, ການນໍາໃຊ້ຜະລິດຕະພັນ ທີ່ເປັນມິດກັບສິ່ງແວດລ້ອມ, ການຮ່ວມມືກັບຊຸມຊົນ ແລະ ອົງການປົກຄອງບ້ານ, ການພັດທະນາບຸກຄະລາກອນ, ການຄຸ້ມຄອງຂີ້ເຫຍື້ອ, ການນຳໃຊ້ພະລັງງານ ຢ່າງມີປະສິດທິພາບ, ການນຳໃຊ້ນ້ຳຢ່າງມີປະສິດທິພາບ ແລະ ຄຸນນະພາບ, ການຄຸ້ມຄອງຄຸນນະພາບຂອງອາກາດ, ການຄອບຄຸມລະບົບມົນລະພິດທາງສຽງ, ການບຳບັດ ແລະ ຄຸ້ມຄອງນ້ຳເປື້້ອນ,
ມາໃນປີ 2016 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາເມືອງວັງວຽງ ຈໍານວນ 1 ແສນ 8 ຫມື່ນ 3 ພັນກວ່າຄົນ, ຍິງ 9 ຫນຶ່ນ 3 ພັນກວ່າຄົນ. ໃນນີ້ມີນັກທ່ອງທ່ຽວຕ່າງປະເທດ 1 ແສນ 4 ຫມຶ່ນ 1 ພັນກວ່າຄົນ. ແລະ ສາມາດສ້າງລາຍຮັບໄດ້ເຂົ້າເມືອງ ຈໍານວນ 73 ຕື້ ກວ່າກີບ ແລະ ມາໃນປີ 2017 ເມືອງວັງວຽງ ກໍ່ໄດ້ປະເມີນຮັບຮອງໂຮງແຮມ ຂຽວອາຊຽນ ອີກ 2 ແຫ່ງ ຄື: ໂຮງແຮມທະວີໂສກ ແລະ ໂຮງແຮມອິນທິລາສະປາຍ ເປັນໂຮງແຮມ ຂຽວອາຊຽນ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ