ໃນຕອນເຊົ້າຂອງມື້ນີ້ ໄດ້ມີການຈັດ ງານໂຮມຊຸມນຸມ ວັນຕ້ານ ແລະ ຄວບຄຸມພະຍາດວໍ້ໂລກ ທີ່ ສູນວິໄຈພະຍາດສັດ ກົມລ້ຽງສັດ ແລະ ການປະມົງ ກົງກັບວັນທີ 28 ກັນຍາ ຊຶ່ງເປັນວັນວໍ້ໂລກ ໂດຍການຮ່ວມເປັນປະທານຂອງ ທ່ານ ດຣ. ສົມພັນ ຈັນເພັງໄຊ ຫົວຫນ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ່, ທ່ານ ດຣ. ສີສະຫວາດ ສຸທານີລະໄຊ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ນອກນັ້ນຍັງມີ ຜູ້ຕາງຫນ້າຈາກອົງການອານາໄມໂລກ, ພາກສ່ວນກ່ຽວຂ້ອງ, ແຂກທີ່ຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມພາຍໃນງານ.
ພະຍາດວໍ້ ເປັນພະຍາດໜຶ່ງທີ່ເຫັນຢູ່ເລື້ອຍໆ ແລະ ເປັນພະຍາດທີ່ຖືກເບິ່ງຂ້າມ ແລະ ຂາດການເອົາໃຈໃສ່ຂອງປະຊາຊົນ ທີ່ ທຸກຍາກ, ທຸກໆປີ ມີຜູ້ເສຍຊີວິດຈາກ ພະຍາດວໍ້ 59.000 ຄົນ ໃນທົ່ວໂລກ, ການຕາຍສ່ວນໃຫຍ່ເກີດຂື້ນໃນເຂດຊົນນະບົດ-ທຸກຍາກ ແລະ ອັດຕາສ່ວນຫຼວງຫຼາຍຂອງການຕາຍແມ່ນ ຢູ່ໃນອາຍຸລະຫວ່າງ 5 ຫາ 14 ປີ. ການເສຍຊີວິດຈາກພະຍາດວໍ້ແມ່ນສາມາດດູແລ ແລະ ປ້ອງກັນໄດ້ທາງດ້ານການແພດ ທີ່ວ່ອງໄວ ແລະ ເໝາະສົມ ສິ່ງສໍາຄັນຕ້ອງລ້າງບາດແຜດ້ວຍສະບູ ແລະ ນໍ້າປະມານ 15 ນາທີ ຫຼັງຈາກສໍາພັດກັດສັດ ທີ່ ສົງໃສວ່າເປັນພະຍາດວໍ້ ແລະ ການຊັກວັກຊີນປ້ອງກັນພະຍາດວໍ້ ແມ່ນສາມາດຊ່ວຍຊີວິດໄດ້, ພະຍາດວໍ້ແມ່ນພະຍາດ ທີ່ ສາມາດປ້ອງກັນໄດ້ດ້ວຍວັກຊີນ 100 ສ່ວນຮ້ອຍ. ແຕ່ການນໍາໃຊ້ວັກຊີນຍັງມີຂີດຈໍາກັດ ດ້ວຍລາຄາທີ່ສູງ ແລະ ການເຂົ້າເຖິງຍັງຕໍ່າ, ແຫລງທີ່ມາສ່ວນໃຫຍ່ຂອງການເກີດພະຍາດວໍ້ ແມ່ນມາຈາກໝາ ແລະ ເຮົາສາມາດປ້ອງກັນໄດ້ຈາກການສັກຍາໝາ ເພື່ອເປັນການຕັດວົງຈອນການແຜ່ເຊື້ອ, ຢູ່ ສປປລາວ ໃນປີ 2011 ພົບວ່າມີຜູ້ຖືກສັດກັດ ຈໍານວນ 12.944 ກໍລະນີ, ໃນນັ້ນ 91 ສ່ວນຮ້ອຍ ແມ່ນຖືກໝາກັດ ແລະ ມີຜູ້ເສຍຊີວິດ 1 ຄົນ. ໃນປີ 2012 – 2016 ຍັງເຫັນວ່າກໍລະນີ ທີ່ຖືກສັດກັດເພີ່ມຂື້ນ ແລະ ມີຜູເສຍຊີວິດເຖິງ 29 ຄົນ.
ໃນແຕ່ລະປີອົງການອານາໄມໂລກໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກຢ່າງໃກ້ຊິດ ໃນການເຜີຍແຜ່ຄວາມໝາຍ ຄວາມສໍາຄັນຂອງວັນວໍ້ໂລກ ເພື່ອໃຫ້ປະຊາຊົນມີຄວາມຮັບຮູ້ ແລະ ຕື່ນຕົວໃນການ ປ້ອງກັນ ແລະ ຄວບຄຸມພະຍາດວໍ້ ເພື່ອກ້າວໄປເຖິງການລົບລ້າງພະຍາດວໍ້ ໃນປີ 2030.
ສະນັ້ນ ຈຶ່ງຂໍຮຽກຮ້ອງມາຍັງພໍ່ - ແມ່ປະຊາຊົນ ຈົ່ງພ້ອມກັນເອົາໃຈໃສ່ສັດລ້ຽງຂອງທ່ານ ແລະ ໃຫ້ມີຄວາມຮັບຜິດຊອບສັດລ້ຽງຂອງຕົນ ດ້ວຍການນໍ້າເອົາສັດລ້ຽງຂອງທ່ານ ໄປສັກວັກຊີນ ຢ່າງເປັນປົກກະຕິ ເພື່ອປ້ອງກັນ ແລະ ລືບລ້າງພະຍາດດັ່ງກ່າວໃຫ້ໝົດໄປໃນສັງຄົມລາວ
Editor: ກຳປານາດ ລັດຖະເຮົ້າ
ttps://www.youtube.com/watch?v=skAqYW3Ovn0