ຈາກສະພາບຄວາມເປັນຈິງ ໃນປະຈຸບັນ, ເມື່ອໄດ້ແລ່ນລົດກາຍໄປ-ກາຍມາ ແຖວວົງວຽນ ເສັ້ນທາງຄູວຽງ ແມ່ນຈະເຫັນ ວົງວຽນ ມີການຊຳລຸດຊຸດໂຊມ ທັງ 2 ວົງວຽນ. ເນື່ອງຈາກວ່າ ມີລົດ ທີ່ແລ່ນສັນຈອນໄປມາ ໄດ້ຕຳເອົາຂອບວົງວຽນ ແລ້ວ ເຮັດໃຫ້ ຂອບດັ່ງກ່າວ ແຕກ, ເຊີ່ງບັນຫານີ້ ແມ່ນຊອກຫາຜູ້ຮັບຜິດຊອບບໍ່ໄດ້ ວ່າແມ່ນລົດປະເພດໃດທີ່ຕຳ, ເວລາໃດ ແລະ ສະພາບການດັ່ງກ່າວ ກໍ່ມັກເກີດຂື້ນເລືອຍໆ ແລະ ມີປະກົດໃຫ້ເຫັນເປັນປະຈຳ. ບໍ່ພຽງແຕ່ວົງວຽນ ຄູວຽງເທົ່ານັ້ນ ໃນໄລຍະຜ່ານມາ ກໍ່ປະກົດເຫັນວົງວຽນ ຕາມຈຸດຕ່າງໆ ກໍ່ເຕີຍມີສະພາບແບບນີ້ ຄືກັນ.
ການນຳສະເຫນີ ສິ່ງທີ່ເປັນປະກົດການຂອງສັງຄົມ ທີ່ສົ່ງຜົນຕໍ່ພາບລັກ ຄວາມສວຍງາມ ຂອງຖະຫນົນຫົນທາງ ແມ່ນ ມີຢູ່ 2 ບັນຫາ, ຄື: ຫນຶ່ງ ຍາກໃຫ້ຜູ້ທີ່ຕຳແລ້ວ ມີຄວາມຮັບຜິດຊອບ ຕໍ່ຊັບສິນສ່ວນລວມ ຂອງຊາດບ້ານເມືອງ, ບໍ່ຍາກໃຫ້ມີລັກສະນະຖືເບົາ-ເອົາງ່າຍ ຫລື ສະນັ້ນ ກໍ່ຕ້ອງມີຄວາມລະມັດລະວັງ ໃນເວລາສັນຈອນ... ສຳລັບບັນຫາ ສອງ ພາກສ່ວນທີ່ຄຸ້ມຄອງ ຄວນໄດ້ເອົາໃຈໃສ່ຕິດຕາມ ຄຸ້ມຄອງບົວລະບັດ ເມື່ອເພແລ້ວ ກໍ່ຕ້ອງໄດ້ສ້ອມແປງ ເພື່ອໃຫ້ຄຶນສູ່ສະພາບຄວາມສວຍງາມ ດັ່ງເດີມ, ພ້ອມກັນນັ້ນ ຄວນຈະມີລະບຽບການທີ່ດີ ຕໍ່ການຄຸ້ມຄອງ, ຕໍ່ຜູ້ລະເມີດ ຝ່າຝືນ ຫລື ປັບໃຫມ່ ລວມທັງບັນຫາອື່ນໆ ທີ່ພົວພັນກ່ຽວຂ້ອງ. ໃນໄລະຍະ 2-3 ຂ້າງຫນ້າ ປະເທດລາວ ກໍ່ຈະເປີດເປັນປີທ່ອງທ່ຽວລາວ ອີກຄັ້ງ, ໂດຍສະເພາະ ຢູ່ໃນນະຄອນຫລວງວຽງຈັນ ກໍ່ກຳລັງຢູ່ໃນຂັ້ນຕອນກະກຽມ ໃນຫລາຍຫນ້າວຽກ ສະນັ້ນ ໃນເລື່ອງຄວາມສວຍງາມຂອງບ້ານເມືອງ, ຄວາມສະອາດງາມຕາ ຂອງຖະຫນົນຫົນທາງ ຈີ່ງເປັນອີກບັນຫາຫນຶ່ງ ທີ່ຕ້ອງໄດ້ມີການກວດກາ ຕິດຕາມ ເອົາໃຈໃສ່ ບົວລະບັດ ເບີ່ງແຍງ ໃຫ້ດີ, ຈຸດໃດ ບໍລິເວນໃດ ຫາກ ມີສະພາບ ທີ່ພໍສ້ອມແປງຄືນໃຫມ່ ຫລື ຕົບແຕ່ງປະດັບປະດາ ຄວນຈະເລີມລົງມືນັບແຕ່ ໄລຍະນີ້ ເປັນຕົ້ນໄປ ຈິ່ງຈະເປັນການດີ, ຄືດັ່ງບັນຫາ ວົງວຽນ ຄູວຽງ.
Editor: ກຳປານາດ ລັດຖະເຮົ້າ