ກອງປະຊຸມ ກອງທຶນຮ່ວມສຳລັບ ກາກບອນຈາກປ່າໄມ້ ຄັ້ງທີ 24 ໄດ້ຈັດຂື້ນເມື່ອບໍ່ດົນນີ້,ທີ່ແຂວງຫລວງພະບາງ ໂດຍການຮ່ວມເປີດ ຂອງ ທ່ານ ພວງ ປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີວ່າການ ກະຊວງ ກະສິກຳ ແລະ ປ່າໄມ້, ທ່ານ ວົງສະຫວັນ ເທບພະຈັນ, ຮອງເຈົ້າແຂວງ ແຂວງຫຼວງພະບາງ, ແລະ ທ່ານ ຊ໋ອງ ກຣິສຕົບ ກາເຣ, ຫົວໜ້າ ຫ້ອງການທະນາຄານໂລກປະຈຳ ສປປ ລາວ ມີຄະນະກໍາມະການບັນດາປະເທດທີ່ເຂົ້າຮ່ວມ ແຜນງານ ແລະ ກອງປະຊຸມ ຄັ້ງທີ 10 ຂອງສະພາບໍລິຫານຂອງ ບັນດາປະເທດທີ່ເຂົ້າຮ່ວມ
ຫຼວງພະບາງ, ເມືອງມໍລະດົກໂລກແຫ່ງນີ້ໄດ້ເປັນເຈົ້າພາບຈັດກອງປະຊຸມຕ້ອນຮັບຜູ້ແທນ ຈຳນວນ 130 ທ່ານ ຈາກ 45 ປະເທດ ປະກອບມີ ບັນດາລັດຖະມົນຕີ, ເຈົ້າໜ້າທີ່ລັດຖະບານຂັ້ນສູງ, ອົງການຈັດຕັ້ງສັງຄົມ, ຜູ້ຕາງໜ້າຊົນເຜົ່າພື້ນເມືອງ ແລະ ພາກສ່ວນເອກະຊົນ ເພື່ອປຶກສາຫາລືກ່ຽວກັບ ວຽກງານກາກບອນຈາກປ່າໄມ້ ແລະ ການປ່ຽນແປງສະພາບດິນຟ້າອາກາດ. ກອງທຶນຮ່ວມສຳລັບ ກາກບອນຈາກປ່າໄມ້ ມີເປົ້າໝາຍສົ່ງເສີມຄວາມພະຍາຍາມ ໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ຈາກການຕັດໄມ້ທຳລາຍປ່າ ແລະ ການເຊື່ອມໂຊມຂອງປ່າໄມ້ໃນທົ່ວໂລກ.
Editor: ກຳປານາດ ລັດຖະເຮົ້າ