ໃນວັນທີ 26 ກັນຍາ 2017 ນີ້ ຢູ່ທີ່ກະຊວງສາທາລະນະສຸກ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ເຖິງການກຽມຈັດກິດຈະກຳ ໃນວັນຕ້ານພະຍາດວໍ້ໂລກ ເຊີ່ງຈະໄດ້ຈັດຂື້ນ ໃນວັນທີ 28 ກັນຍາ 2017 ນີ້ ທີ່ກົມລ້ຽງສັດ ແລະ ການປະມົງ ເຊິ່ງກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ແມ່ນຈະໄດ້ຈັດຫລາຍກິດຈະກຳ ເຊັ່ນ: ເປີດຂະບວນການສັກຢາວັກຊິນ ໃຫ້ແກ່ສັດລ້ຽງ ໂດຍບໍ່ເສຍຄ່າ, ການຫລີ້ນເກມ, ຖາມຕອບຄວາມຮູ້ກ່ຽວກັບພະຍາດວໍ້ ແລະ ອື່ນໆ. ພ້ອມກັນນີ້ ທ່ານລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງຜົນຮ້າຍ ຂອງພະຍາດທີ່ສົ່ງຜົນຕໍ່ມະນຸດ ກໍ່ຕືຊີວິດຂອງຄົນ, ອິງຕາມຕົວເລກຈາກໂຄງການອະນາໄມໂລກ ຂອງອົງການອະນາໄມໂລກ WHO ໄດ້ລາຍງານວ່າ: ໃນແຕ່ລະປີມີຄົນເສຍຊີວິດ ຍ້ອນພະຍາດວໍ້ ປະມານ 59 ພັນຄົນ/ປີ ໃນທົ່ວໂລກ, ແລະ ໃນນັ້ນ 95 ສ່ວນຮ້ອຍ ແມ່ນກວມເອົາຢູ່ ທະວີບ ອາຟຣິກກາ ແລະ ທະວີບອາຊີ, ຄົນທີ່ເສຍຊີວິດສ່ວນໃຫຍ່ແມ່ນຖືກຫມາກັດ. ໃນນັ້ນ 30-60 ສ່ວນຮ້ອຍແມ່ນເກີດກັບເດັກ ອາຍຸ 5-14 ປີ, ສ່ວນການຕາຍຈາກພະຍາດວໍ້ 100 ສ່ວນຮ້ອຍ. ສໍາລັບ ສປປ ລາວ ໃນປີ 2011 ກໍລະນີທີ່ພົບສັດກັດ ມີປະມານ 13 ພັນຄົນ, ໃນນັ້ນ 91 ສ່ວນຮ້ອຍ ແມ່ນຈາກຫມາກັດ, ແລະ ມີຜູ້ເສຍຊີວິດ 1 ຄົນ, ມາໃນໄລຍະ ປີ 2012-2016 ແມ່ນໄດ້ມີຕົວເລກ ເສຍຊີວິດ 28 ກໍລະນີ ເຊີ່ງສະເລ່ຍແລ້ວ ມີຜູ້ເສຍຊີວິດຈາກພະຍາດວໍ້ 4-5 ຄົນ, ແລະ ເພື່ອໃຫ້ມວນຊົນ ກໍຄືປະຊາຊົນ ຮູ້ເຖິງຜົນຮ້າຍຂອງພະຍາດວໍ້ ໃນແຕ່ລະປີ ກະຊວງສາທາລະນະສຸກ ແລະ ພາກສ່ວນຫນ່ວຍງານທີ່ກ່ຽວຂ້ອງ ລວມທັງບັນດາກະຊວງ ທີ່ກ່ຽວຂ້ອງ ຮ່ວມກັນຈັດກິດຈະກຳ ແລະ ສັກຢາ ໃຫ້ແກ່ສັດລ້ຽງ.
Editor: ກຳປານາດ ລັດຖະເຮົ້າ