ວັນທີ 23 ກັນຍາ 2017 ຜ່ານມານີ້ ເຈົ້າໜ້າທີ່ສະເພາະກິດກອງບັນຊາການ ປກສ ເມືອງປາກທາຈັບກຸມຜູ້ຖືກຫາ ພ້ອມຂອງກາງຢາບ້າ 6 ກະເປົາໃຫຍ່. ທ່ານ ພັນໂທ ແສງຄຳ ອິນທະນິນ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງປາກທາ ຖະແຫຼງການ ຕໍ່ການຈັບກຸມຢາເສບຕິດ ໃນຄັ້ງນີ້ ວ່າ: ໃນວັນທີ 23 ກັນຍາ 2017 ໄດ້ມີແຫຼ່ງຂ່າວຈາກພົນລະເມືອງດີ ແຈ້ງວ່າ: ຈະມີການຂົນສົ່ງຢາເສບຕິດຜ່ານຈາກເມືອງປາກທາສູ່ເມືອງຫ້ວຍຊາຍ ສະນັ້ນ, ທາງກອງບັນຊາການ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ສະເພາະກິດ ອອກຕິດຕາມຫາເປົ້າໝາຍ ມາຮອດ ເວລາປະມານ 17 ໂມງ 30 ນາທີ ໄດ້ພົບເຫັນລົດກະບະວີໂກ້ແຊັມສີຂາວ ໝາຍເລກທະບຽນ ກຳແພງນະຄອນ ມດ 9992 ແລ່ນມຸ່ງໜ້າເຂົ້າສູ່ເມືອງຫ້ວຍຊາຍ, ຂ້ອນຂ້າງມີພິລຸດຜິດປົກກະຕິ ເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເຂົ້າກວດຄົ້ນລົດຄັນ ດັ່ງກ່າວ ເຊິ່ງຂັບຂີ່ໂດຍ ທ້າວ ເຢະປໍວ່າ ອາຍຸ 42 ປີ ອາຊີບຄ້າຂາຍ ແລະ ນາງ ໄມວາງວື ອາຍຸ 20 ປີ ທັງສອງອາໃສຢູ່ບ້ານຈອມຈຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຜ່ານການກວດຄົ້ນໄດ້ພົບເຫັນ ຢາເສບຕິດ ປະເພດຢາບ້າ ຈຳນວນ 6 ກະເປົາ, ຫຼື 96 ແພ໋ກ ເທົ່າກັບ 480 ມັດ, ຊຸກຢູ່ໃນລົດ ເຈົ້າ ໜ້າທີ່ຈຶ່ງໄດ້ກັກຕົວທັງສອງພ້ອມດ້ວຍຂອງກາງ ເພື່ອສືບສວນສອບສວນ ຂະຫຍາຍຜົນຫາຄູ່ຮ່ວມຂະບວນການລາຍນີ້ມາດຳເນີນຄະດີຕາມລະບຽບກົດໝາຍ.
Editor: ກຳປານາດ ລັດຖະເຮົ້າ