ມາຮອດປັດຈຸບັນ ພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ) ໄດ້ມີຈຳນວນເພີ່ມຂຶ້ນ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ອີງຕາມການລາຍງານຂອງທີມງານລະບາດວິທະຍາສູນວິເຄາະ ແລະ ລະບາດວິທະຍາກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 31 ທັນວາ 2016-14 ກັນຍາ 2017 ຄົນ, ເຈັບພະຍາດໄຂ້ຍຸງລາຍທົ່ວປະເທດ ມີທັງໝົດ 8.264 ຄົນ, ເສຍຊີວິດ 11 ຄົນ, ໃນນັ້ນ ນະຄອນຫຼວງວຽງຈັນ ມີ 2.797 ຄົນ, ແລະ ເສຍຊີວິດ 2 ຄົນ.
ແຂວງສະຫວັນນະເຂດ 852 ຄົນ, ເສຍຊີວິດ 2 ຄົນ ຄຳມ່ວນ 697 ຄົນ, ເສຍຊີວິດ 2 ຄົນ
ຈຳປາສັກ 683 ຄົນ, ເສຍຊີວິດ 3 ຄົນ
ສາລະວັນ 606 ຄົນ, ເສຍຊີວິດ 1 ຄົນ
ອັດຕະປື 557 ຄົນ, ເສຍຊີວິດ 1 ຄົນ
ວຽງຈັນ 678 ຄົນ,
ບໍລິຄຳໄຊ 545 ຄົນ
ອຸດົມໄຊ 379 ຄົນ
ຫຼວງນ້ຳທາ 189 ຄົນ
ໄຊຍະບູລີ 140 ຄົນ
ເຊກອງ 80 ຄົນ
ຫຼວງພະບາງ 35 ຄົນ
ບໍ່ແກ້ວ, ໄຊສົມບູນ, ຫົວພັນ, ຜົ້ງສາລີ ມີຈຳນວນໜຶ່ງ
ສ່ວນແຂວງຊຽງຂວາງ ບໍ່ພົບເກີດພະຍາດດັ່ງກ່າວເກີດຂຶ້ນ.
ເພື່ອປ້ອງກັນພະຍາດດັ່ງກ່າວ ຫຼື ຫຼຸດລົງ ທຸກຄອບຄົວຕ້ອງພ້ອມກັນເອົາໃຈໃສ່ອະນາໄມບໍລິເວນອ້ອມຮອບເຮືອນເປັນປະຈຳ ໂດຍສະເພາະ ຖອກນ້ຳທີ່ອັ່ງອໍອອກຈາກພາຊະນະ ທີ່ບໍ່ໄດ້ນຳໃຊ້ ແລະ ປິດຝາພາຊະນະທີ່ເກັບນ້ຳໄວ້ ພ້ອມທັງຂວ້າມນ້ຳອອກຈາກກະໂປະກະປ໋ອງ ຢາງຕີນລົດ ແລະ ພາຊະນະຕ່າງໆ ໂດຍສະເພາະແມ່ນ ປະຕິບັດ 5 ປ ໃຫ້ເປັນຢ່າງດີ ເພື່ອຕັດວົງຈອນໜອນນ້ຳຍຸງລາຍ ບໍ່ມີໜອນນ້ຳ ກໍ່ຈະບໍ່ມີຍຸງລາຍ.
Editor: ກຳປານາດ ລັດຖະເຮົ້າ