ຈາກການໃຫ້ສຳພາດຂອງ ທ່ານ ຮັກ ກາວັນ ເຊິ່ງເປັນຄອບຄົວຕົ້ນແບບໃນການລ້ຽງປາ ຢູ່ບ້ານຍອດເກື້ອ ເມືອງຄຳ, ແຂວງຊຽງຂວາງ ໄດ້ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍ ຂອງພັກ-ລັດໃນການສົ່ງເສີມການຜະລິດກະສິກຳເປັນສີນຄ້າ ແລະ ອີງຕາມຄວາມຮັກ-ມັກໃນການຜະລິດ ກະສິກຳຂອງຄອບຄົວຂອງເພີ່ນຈິ່ງມີແນວຄິດລິເລີ່ມລ້ຽງປາໂດຍໄດ້ລົງທືນໃນເບື້ອງຕົ້ນ 46 ລ້ານກີບ, ຈົກໜອງປາ 9 ໜອງ ໃນນັ້ນມີ 5 ໜອງໃຫຍ່, 4 ໜອງນ້ອຍ ແລະ ໄດ້ນໍາເອົາແນວພັນປານີນ, ປາໄນ ມາປ່ອຍຈຳ ນວນ 70 ພັນໂຕ ໂດຍລ້ຽງດ້ວຍທຳມະຊາດຕາມວິທີແບບພື້ນບ້ານໃນປີທຳອິດປາ ໃນລະດັບ 5-6ໂຕຕໍ່ໜຶ່ງກິໂລ, ໄດ້ພົບບັນຫາຈາກທຳມະຊາດ ເຮັດໃຫ້ຂາດທືນເຖິງ 80 ລ້ານກີບ ແລະ ໄດ້ຍຸດເຊົາ ມາໃນໄລຍະໜຶ່ງ ຫຼັງຈາກນັ້ນກໍ່ໄດ້ຮັບການແນະນໍາຈາກວິຊາການ ຈີ່ງໄດ້ເລີ່ມມາປ່ອຍປາອີກເທື່ອໜຶ່ງ ຈຳນວນ 50 ພັນໂຕ.
ປະຈຸບັນໃນໜອງປ່ອຍປາ ໄດ້ 15-18 ລ້ານໂຕຕໍ່ໜອງ, ສາມາດຜະລິດປາໄດ້ເພີ່ມຂື້ນສຳລັບກຳລັງ ການຜະລິດປາແມ່ນຢູ່ທີ່ 4 ເດືອນໃດ 3 ໂຕຕໍ່ກິໂລສາມາດ ນຳເອົາປາມາຈຳໜ່າຍໄດ້ເຖິງ 18 ໂຕນຕໍ່ຫງວດ ຫຼື 4 ເດືອນຕໍ່ໜອງ, ພ້ອມນັ້ນຍັງໄດ້ສ້າງເປັນອາຫານຢູ່ຮ້ານຂື້ນມາເພື່ອເປັນອີກໜຶ້່ງທາງເລືອກໃຫ້ ກັບລູກຄ້າທີ່ມັກບໍລິໂພກ ປາສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ເຖິງ 180 ລ້ານກີບຕໍ່ປີ. ເມື່ອເວົ້າເຖິງ ການຕະຫຼາດການຈຳໜ່າຍຜະລິດປາແມ່ນໄດ້ຮັບການຕອບສະໜອງເປັນຢ່າງດີ ຈາກຜູ້ບໍລິໂພກ ຊຶ່ງບໍ່ໄດ້ກຳໜົດກຸ່ມລູກຄ້າໂດຍສາມາດຈຳໜ່າຍປານ້ອຍ ແລະ ປາໃຫຍ່ ໃນປະຈຸບັນການລ້ຽງປາສາມາດຄອບຄຸມຕະຫຼາດພາຍໃນເມືອງຄຳ ແລະ ເມືອງຕ່າງໆທີ່ຢູ່ອ້ອມຂ້າງໄດ້ ປະມານ 50% ຂອງຜູ້ບໍລິໂພກປາ ພ້ອມທັງກະກຽມຂະຫຍາຍຕະຫຼາດເພີ່ມຂື້ນເປັນກ້າວໆ ນອກຈາກນັ້ນ, ຍັງໄດ້ມີແຜນຄາດໝາຍສູ້ຊົນໃນການຂະຫຍາຍ ໜອງປາ ແລະ ແນວພັນປາຫຼາຍຂື້ນເພື່ອສົ່ງເສີມການບໍລິໂພກຊີ້ນປາຕາມສະຖານທີ່ຕະຫຼາດ ແລະ ຮ່າງຮ້ານຕ່າງໆໃຫ້ ເພີ່ມຂື້ນເລື່ອຍໆ.
ສີ່ງທ້າທາຍໃນການລ້ຽງປາແມ່ນການເບິ່ງແຍງປົກປັກ, ຮັກສານ້ຳ, ໃຫ້ອາອາຫານພຽງພໍໃຫ້ໄດ້ ຕາມມາດຕະຖານເຊິ່ງຕ້ອງມີວິຊາການທີ່ມີປະສົມການບວກກັບເຕັກໂນໂລຊີທີ່ ທັນສະໄໝເຂົ້າມາຊ່ວຍເພື່ອໃຫ້ປາມີຄຸນນະພາບສູງສາມາດຕອບສະໜອງໃຫ້ແກ່ລູກຄ້າໄດ້ຢ່າງສະໝ່ຳສະເໝີ.
Editor: ກຳປານາດ ລັດຖະເຮົ້າ