ສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ ຮ່ວມກັບສະມາຄົມສົ່ງເສີມການຮ່ວມມື ດ້ານວິຊາການແບບຍືນຍົງ ແຫ່ງ ປະເທດ ຍີ່ປູ່ນ (AOTS) ແລະ ສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ ໄດ້ຮ່ວມມືກັນຈັດຝຶກອົບຮົມໃນຫົວຂໍ້: ການພັດທະນາບຸກຄະລາກອນ ແບບມືອາຊີບ Professional Employee Development program. ເຊິງການຝຶກອົບຮົມຈະໄດ້ດໍາເນີນເປັນເວລາ 5 ວັນ, ເລີ່ມແຕ່ວັນທີ 25 – 29 ກັນຍາ 2017 ຈັດຂື້ນທີ່ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ, ການຝຶກອົບຮົມດັ່ງກ່າວໃຫ້ກຽດ ເຂົ້າຮ່ວມ ແລະ ກ່າວເປີດໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ, ທ່ານນາງ ໂຕະໂມະ ວາຕະນາເບ(Tomoe watenabe) ຜູ້ປະສານງານ ສະມາຄົມສົ່ງເສີມການຮ່ວມມືດ້ານວິຊາການ ແບບຍືນຍົງ ແຫ່ງປະເທດຍີ່ປຸ່ນ (AOTS) ປະຈໍາພາກພື້ນ. ການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມ ທີ່ມາຈາກຫລາຍຂະແໜງທຸລະກິດ ໂດຍສະເພາະແມ່ນ ບັນດາ ບໍລິສັດ ທີ່ ເປັນສະມາຊິກຊອງສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ.
ຈຸດປະສົງ ຂອງການຈັດຝຶກອົບຮົມແມ່ນ ເພື່ອພັດທະນາຂີດຄວາມສາມາດ ໃຫ້ແກ່ ພາກທຸລະກິດ ເພື່ອເຮັດວຽກຢ່າງມືອາຊີບ ເຊິງຈະຊ່ວຍໃຫ້ບັນດາພະນັກງານ ໃນບໍລິສັດ, ຜູ້ຈັດການ ແລະ ຜູ້ບໍລິຫານ ມີຄວາມເຂົ້າໃຈຢ່າງເລິກເຊິງ ຕໍ່ກັບ ການຈັດລະບົບຂອງການເຮັດວຽກ, ການກວດກາຄຸນນະພາບຂອງການເຮັດວຽກ ແລະ ການພະລິດ, ເຊິງຖ່າຍທອດບົດຮຽນໂດຍ ນັກວິທະຍາກອນ ທີ່ ມີປະສົບການ ແລະ ໄດ້ຮັບການຝຶກອົບຮົມຈາກ ສະຖານບັນ ທີ່ມີຊື່ສຽງ ໃນລະດັບສາກົນ.
ການຝຶກອົບຮົມການພັດທະນາບຸກຄະລາກອນແບບມືອາຊີບ ແມ່ນຫົວຂໍ້ໜຶ່ງທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່າງຊາດລາວ ໄດ້ບໍລິການໃຫ້ແກ່ບັນດາສະມາຊິກ ຊຶ່ງໃນທຸກໆປີ ແມ່ນໄດ້ຮັບການຊ່ວຍເຫຼືອ ແລະ ສະນັບສະໜູນເປັນຢ່າງດີ ຈາກອົງການ HIDA ເພື່ອການພັດທະນາບຸກຄະລາກອນ ເຊິງມີທັງ ການຝຶກອົບຮົມພາຍໃນ ແລະ ຕ່າງປະເທດເປັນຕົ້ນ ການຝຶກອົບຮົມດ້ານ ສາຍພົວພັນແຮງງານເຊັ່ນ: ວຽກງານສຸຂະພາບ ແລະ ຄວາມປອດໄພ ໃນສະຖານທີ່ເຮັດວຽກ, ວຽກງານສາຍພົວພັນແຮງງານ ແລະ ການພັດທະນາບຸກຄະລາກອນ, ການບໍລິຫານ, ການຈັດການ ອື່ນໆ, ຊຶ່ງສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ໄດ້ແຈກຍາຍທືນດັ່ງກ່າວ ໃຫ້ແກ່ສະມາຊິກເພື່ອໄປຝຶກອົບຮົມ ນັບແຕ່ປີ 2003 ເປັນຕົ້ນມາ ຈົນຮອດປະຈຸບັນ.
Editor: ກຳປານາດ ລັດຖະເຮົ້າ