ພາຍໃນເດືອນກັນຍາ 2017 ນີ້ ຜ່ານການລົງເກັບກຳຕົວເລກ ຂອງທີມງານຂ່າວ ໃນຕະຫລາດ ຫລາຍແຫ່ງພາຍໃນນະຄອນຫລວງວຽງຈັນ ເຫັນວ່າ ສິນຄ້າ ປະເພດຜັກ ມີຫລາຍຊະນິດ ມີລາຄາຖືກລົງ ບາງຊະນິດ ລາຄາຫລຸດລົງ 2-3 ພັນກີບ, ຈາກລາຄາ 5 ພັນກີບ ລົງມາເຫລືອລາຄາ 2-3 ພັນກິບ, ສາເຫດ ເນື່ອງຈາກພຶດຜັກບາງຊະນິດ ພໍກາຍລະດູຝົນ ແມ່ນສາມາດປູກໄດ້ຫລາຍ ແລະ ມີຄວາມສະດວກສະບາຍ ຈິ່ງເຮັດໃຫ້ມີປະລິມານທີ່ປູກເພີ່ມຂື້ນ ແລະ ສົ່ງຜົນໃຫ້ລາຄາໃນຕະຫລາດ ຖືກລົງ.
ຕາມການສັງເກດ ໃນເດືອນກັນຍາ ເປັນຕົ້ນມາ ປະຊາຊົນ ໄດ້ມີການຜະລິດ ຄືນໃຫມ່ ( ການປູກ) ແລະ ພາຍໃນ 15-30 ວັນ ຜັກໄດ້ມີການຈະເລີນເຕີບໂຕ ແລະ ສາມາດຕອບສະຫນອງສູ່ຕະຫລາດ ຢ່າງພຽງພໍ, ພ້ອມທັງຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ກໍ່ຄື ຜູ້ບໍລິໂພກ ເຊັ່ນ: ຫອມປ້ອມ, ຫອມລາບ, ສະຫລັດ, ກະຫລ່ຳປີ, ຫມາກເຜັດ, ຫມາກແຕ່ງ, ຫມາກນາວ, ຜັກບົ່ງ, ຜັກຫົມ ແລະ ອື່ນໆ.
ສະເພາະ ຢູ່ຕະຫລາດໂນນຄໍ້, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ພຶດຜັກ ປະກົດມີຫລາຍ ສຳລັບລາຄາ ທີ່ໄດ້ສອບຖາມມາ ຄື:
ຜັກບົ້ງ ລາຄາ 8 ພັນກີບ/ກິໂລ ເຫລືອ 6 ພັນກີບ/ກິໂລ,
ຫອມປ້ອມ ລາຄາ 2 ຫມື່ນ 3 ພັນກີບ/ກີໂລ ເຫລືອພຽງ 2 ຫມື່ນກີບ/ກິໂລ,
ຫອມຊີ ລາຄາ 1 ຫມື່ນ 2 ພັນກີບ/ກິໂລ ເຫລືອພຽງ 1 ຫມື່ນກີບ/ກິໂລ,
ຜັກກາດຂ່າວ ລາຄາ 1 ຫມື່ນກີບ/ກິໂລ ເຫລືອ 6 ພັນກິບ/ກິໂລ.
ຜັກກາດຊ້ອມ ລາຄາ 8 ພັນກິບ/ກິໂລ ເຫລືອ 6 ພັນກິບ/ກິໂລ,
ຫມາກເຜັດ ລາຄາ 2 ຫມື່ນ 5 ພັນກິບ/ກິໂລ ເຫລືອ 2 ຫມື່ນ 3 ພັນກີບ/ກິໂລ,
ຫມາກເລັ່ນ ລາຄາ 1 ຫມື່ນກີບ/ກິໂລ ເຫລືອ 6 ພັນກີບ/ກິໂລ,
ກະຫລ່ໍາປີ ລາຄາ 9 ພັນກີບ/ກິໂລ ເຫລືອ 5 ພັນກີບ/ກິໂລ.
ນອກຈາກນີ້ ຍັງມີຜັກອີກຫລາຍຊະນິດ ທີ່ຍັງລົງລາຄາ. ລາຍລະອຽດ ຄັ້ງຕໍ່ໄປ ຈະມີການປັບຂື້ນ ຫລື ປັບລົງ ລາຍການຈະນຳມາລາຍການໃຫ້ປະຊາຊົນ ໄດ້ຕິດຕາມຕື່ມ.
Editor: ກຳປານາດ ລັດຖະເຮົ້າ