ປ້າຍທີ່ເປັນເຄື່ອງຫມາຍຈາລະຈອນ ມີຄວາມບົ່ງບອກເຖິງ ການກຳນົດຂອບເຂດສິດ ໃນການໃຊ້ລົດ-ໃຊ້ຖະຫນົນ ທີ່ເຫັນຕາມສາຍທາງຕ່າງໆໃນຕົວເມືອງໃຫຍ່ ໂດຍສະເພາະ ປ້ານຕິດຕັ້ງ ແລະ ແຕ້ມ-ຂິດຕາມເສັ້ນທາງ ທີ່ແຕກຕ່າງກັນອອກໄປ, ເພື່ອເຕືອນສະຕີຜູ້ຂັບຂີ່ໃຫ້ຮັບຮູ້ ແລະ ເຂົ້າໃຈ ການໃຊ້ລົດ-ໃຊ້ຖະຫນົນຮ່ວມກັນ.
ສ່ວນຫລາຍຜູ້ຂັບຂີ່ແມ່ນເອົາໃຈໃສ່ ແລະ ມີສະຕີໃນການປະຕິບັດຕໍ່ລະບຽບ ຫລື ຕາມປ້າຍຫ້າມ ທີ່ກຳນົດໄວ້ ແຕ່ວ່າ ປະຈຸບັນ ຍັງມີຜູ້ຂັບຂີ່ຈຳນວນຫນຶ່ງ ຍັງຖືເບົາເອົາງ່າຍຕໍ່ການປະຕິບັດ ໃນລັກສະນະ ທີ່ວ່າ: ຮູ້ແລ້ວຕາວພາວໂລ ໂດຍບໍ່ສົນໃຈຕໍ່ລະບຽບການຂັບຂີ່ ຫລື ການລ່ວງປ້າຍຫ້ອມ ເຊີ່ງເປັນສ່ວນຫນຶ່ງພາໃຫ້ເກີດອຸປະຕິເຫດ ແລະ ລວມທັງການບໍ່ປະຕິບັດລະບຽບຂອງຈາລະຈອນ, ເສັ້ນທາງໃນ ສປປ ລາວ ມີການແບ່ງຊ່ອງທາງການຈາລະຈອນ ອອກເປັນເຂດການນຳໃຊ້ສະເພາະ, ແຕ່ລະເສັ້ນທາງທີ່ຂິດຫມາຍຕາມຫນ້າທາງ ເພື່ອບົງບອກເຖີງການນຳໃຊ້ພາຫານະ ໃນແຕ່ລະຊະນິດ ຄວນນຳໃຊ້ຊ່ອງທາງທີ່ກຳນົດໄວ້ ຄື: ແລ່ນຕາມຄວາມໄວຕາມລະດັບກຳນົດ, ປານກາງ, ຊ້າ ແລະ ລະວັງ, ຈຸດລ້ຽວໄດ້, ຈຸດຫ້າມລ້ຽວ, ຈູດຫ້າມຈອດ, ຈຸດປ່ອຍລົດ ແລະ ອື່ນໆ.
ອີກບັນຫາຫນຶ່ງ ປ້າຍລ້ຽວໄດ້ ແຕ່ຕ້ອງລະວັງ ເປັນຈຸດຫນຶ່ງທີ່ຍັງພົບບັນຫາເປັນປະຈຳ ເພາະຍັງມີຜູ້ຂັບຂີ່ຈຳນວນຫນຶ່ງ ບໍ່ເຂົ້າໃຈເລີກເຊີ່ງ ຫລື ຕັ້ງໃຈປະຕິບັດ ຕໍ່ເຄື່ອງຫມາຍປ້າຍ ມີການໃຊ້ສິດເກີນຂອບຂາດ ຈົນລຶມວ່າ ໃນເວລາລ້ຽວໄດ້ ເນື່ອງຈະການສັນຈອນບໍລິເວນດັ່ງກ່າວໄດ້ມີຄວາມຄ່ອງຕົວ ແລະ ປອດໄພເທົ່ານັ້ນ, ຖ້າຫາກມີກໍລະນີຝ່າຝືນ ແລ້ວເກີດອຸປະຕິເຫດຂື້ນ ຜູ້ຝ່າຝືນແມ່ນຈະຕ້ອງໄດ້ຮັບຜິດຊອບຕໍ່ເຫດການທີ່ເກີດຂື້ນ ແລະ ຜົນເສຍຫາຍທັງໝົດ.
ຈາກເຫດການທີ່ເກີດຂື້ນ ເຈົ້າຫນ້າທີ່ກອງຄະດີອຸປະຕິເຫດ ພະແນກຕຳຫລວດຈາລະຈອນ ນະຄອນຫລວງ ໃຫ້ຮູ້ວ່າ: ໃນເວລາ ທີ່ມີການເກີດອຸປະຕິເຫດທຸກຄັ້ງ ເຈົ້າຫນ້າທີ່ຈະໄດ້ລົງໄປສັນນະສູດສະຖານທີ່ເກີດເຫດທັນທີ ເຊັ່ນ: ການວັດແທກ, ການສອບປາກຄຳຄູ່ກໍລະນີ ແລະ ສອບຖາມຜູ້ເຫັນເຫດການ ແລະ ອື່ນໆ, ການແກ້ໄຂຄະດີໃນການປະຕິບັດຫນ້າທີ່ແມ່ນຂື້ນກັບຮູບການຂອງຄະດີ ທີ່ເກີດຂື້ນ ຖືກຕາມເຫດ-ຕາມຜົນ ແລະ ຫລັກວິຊາການ ເຊິ່ງຢຶນຢູ່ບົນຫລັກຖານຂອງຄວາມເປັນຈິງ ແລະ ຖືກຕ້ອງ, ເຄື່ອງຫມາຍຈາລະຈອນກໍ່ລ້ວນແລ້ວແຕ່ມີຄວາມຫມາຍສຳຄັນ ຖ້າຫາກວ່າຜູ້ໃຊ້ລົດ-ໃຊ້ຖະຫມົນ ບໍ່ເຂົ້າໃຈລະອຽດ ຫລື ບໍ່ປະຕິບັດຕາມບັນດາປ້າຍຫ້າມທີ່ຕິດຕັ້ງ ແລະ ແຕ້ມຕາມເສັ້ນທາງແລ້ວ ເມື່ອມີການຝ່າຝຶນແມ່ນຈະຖືກເຈົ້າຫນ້າທີ່ກ່າວເຕືອນ, ປັບໄຫມ ແລະ ຖືກປະຕິບັດຕາມລະບຽບກົດຫມາຍ.
Editor: ກຳປານາດ ລັດຖະເຮົ້າ