ກາງເດືອນກັນຍາ 2017 ຜ່ານມານີ້, ທ່ານນາງ. ສຸວັນເພັງ ບຸບຜານຸວົງ, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງໄປຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂອງລັດ ໂດຍສະເພາະ ແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຢູ່ 3 ແຂວງພາກເໜືອ (ແຂວງຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ)
ກ່ອນອື່ນໝົດ ຄະນະຂອງທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຈາກຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ; ບັນຫາການຍົກຍ້າຍຈັດສັນ ແລະ ຊົດເຊີຍທີ່ດິນໃຫ້ແກ່ຜູ້ທີ່ຖືກຜົນກະທົບ, ບັນຫາການຄຸ້ມຄອງແຮງງານ, ການຜະລິດສະບຽງອາຫານ ເພື່ອສະໜອງໃຫ້ແກ່ໂຄງການກໍ່ສ້າງດັ່ງກ່າວ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ. ສໍາລັບໄລຍະເວລາການກໍ່ສ້າງຂອງໂຄງການ ຄາດຄະເນຈະໃຊ້ເວລາປະມານ 5 ປີ (ວັນທີ 1/12/2016 ແລະ ຈະໃຫ້ສໍາເລັດໃນວັນທີ 31/12/2021).
ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ມາຮອດທ້າຍເດືອນ ສິງຫາ 2017 ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ສຳເລັດແລ້ວ 9,3% ຂອງແຜນການທັງໝົດ. ໃນນັ້ນ; ໄດ້ສໍາເລັດການສໍາຫຼວດອອກແບບ ແລະ ການກໍານົດແລວທາງລົດໄຟ ທີ່ມີຄວາມຍາວ 409 ກິໂລແມັດ, ໄດ້ເຈລະຈາ ແລະ ແກ້ໄຂບັນດາສິ່ງກີດຂວາງ ເພື່ອມອບພື້ນທີ່ໃຫ້ຜູ້ຮັບເໝົາກໍ່ສ້າງ ສຳເລັດແລ້ວ 241 ກິໂລແມັດ ຊຶ່ງຜູ້ຮັບເໝົາກໍ່ສ້າງກໍາລັງດໍາເນີນການ. ປະຈຸບັນ ສາມາດກໍ່ສ້າງຂົວໄດ້ 14 ແຫ່ງ ແລະ ເຈາະອຸໂມງໄດ້ 76 ຈຸດ.
Editor: ກຳປານາດ ລັດຖະເຮົ້າ