ກອງປະຊຸມຄົບຄະນະ ກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ, ຮ່ວມກັບບັນດາແຂວງ ແລະ ນະຄອນຫລວງວຽງຈັນ, ໄດ້ຈັດຂຶ້ນເປັນ ຄັ້ງປະຖົມມະລືກ ໃນວັນທີ 22 ກັນຍາ 2017 ຜ່ານມາ, ທີ່ນະຄອນຫລວງວຽງຈັນ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບສະພາບການລົງ ທຶນພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ແບບແຜນປະສານງານ-ຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ລວມທັງ ການຕິດຕາມກວດກາ ແລະ ການປະຕິບັດຂອບສິດ ໃນການອະນຸຍາດລົງທຶນ ໃຫ້ມີຄວາມເປັນເອກະພາບ ແລະ ສາມາດຊຸກຍູ້ສົ່ງເສີມ ໃຫ້ພາກທຸລະກິດ ມີຄວາມຄົງຕົວ ແລະ ຂະຫຍາຍຕົວໃນຕໍ່ໜ້າ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະ ກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ກ່າວວ່າ: ເນື່ອງຈາກແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ຂອງລັດຖະບານ ມີອັດຕາການເຕີບໂຕຂອງ ຈີດີພີ ສະເລັ່ຍບໍ່ຫລຸດ 7,5 ສ່ວນຮ້ອຍ ແລະ ຕ້ອງການງົບປະມານ ໃນການພັດທະນາ ປະມານ 2 ແສນ 3 ຫມື່ນ 3 ພັນ ຕຶ້ກີບ ຫລື 28 ຕື້ໂດລາສະຫະລັດ, ເທົ່າກັບ 30 ສ່ວນຮ້ອຍ, ຂອງຈີດີພີ. ໃນນັ້ນ, ວຽກງານການສົ່ງເສີມການລົງທຶນ ພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຄາດໝາຍຕ້ອງໃຫ້ໄດ້ ປະມານ 54-ຫາ 58 ສ່ວນຮ້ອຍ ຫລື 15 ຫາ 16 ຕື້ໂດລາສະຫະລັດ, ເຊິ່ງເຫັນໄດ້ວ່າ ວຽກງານນີ້ເປັນສິ່ງທ້າທາຍ, ທັງຈະເປັນການ ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ແລະ ຊຸກຍູ້ເສດຖະກິດຂອງ ສປປ ລາວ. ສະນັ້ນ, ລັດຖະບານ ຈຶ່ງໄດ້ຊີ້ນຳຢ່າງໃກ້ຊິດ ໃນການປັບປຸງ ກົດໝາຍການລົງທຶນ ໃນປີ 2016 ແລະ ແຕ່ງຕັ້ງຄະນະ ກຳມະການຊຸດນີ້ຂຶ້ນ ຕາມກົນໄກການບໍລິການລົງທຶນ ຜ່ານປະຕູດຽວ ເພື່ອເຮັດໃຫ້ການລົງທຶນ ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງ, ທັງໄດ້ຮັບການປົກປ້ອງ ດ້ານຕ່າງໆຈາກລັດ. ແນໃສ່ຮັບປະກັນສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນ, ຂອງລັດ, ຂອງລວມໝູ່ ແລະ ຂອງປະຊາຊົນ ໃຫ້ສາມາດເຊື່ອມໂຍງ ເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ.
ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ປັດຈຸບັນ ບັນດາ ຂະແໜງການຂັ້ນສູນກາງ ແລະ ທ້ອງຖີ່ນສາມາດດຶງດູດເອົາການລົງທຶນ ຈາກພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໄດ້ດີສົມຄວນ ເພື່ອປະກອບສ່ວນ ໃນແຜນພັດທະນາ ຂອງລັດຖະບານ ແຕ່ 2016-2020, ເຊິ່ງມີທັງໝົດ 120 ໂຄງການ, ມີມູນຄ່າ 7,5 ຕື້ໂດລາສະຫະລັດ, ແຕ່ການລົງທຶນປະຕິບັດຕົວຈິງ ມີມູນຄ່າ 4,8 ຕື້ໂດລາສະຫະລັດ, ເຊິ່ງເຫັນວ່າການຈັດຕັ້ງປະຕິບັດ ໃນໄລຍະເກືອບ 2 ປີຜ່ານມາ ໄດ້ບັນລຸຄາດໝາຍ 2,4 ຕື້ໂດລາສະຫະລັດຕໍ່ປີ.
Editor: ກຳປານາດ ລັດຖະເຮົ້າ