ໃນວັນທີ 22 ກັນຍາ 2017 ເມືອງໄຊເສດຖາ ເປັນກຽດຢ່າງສູງ ຕ້ອນຮັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່-ປະທານປະເທດ ແຫ່ງ ສ ປປ ລາວ ໃນໂອກາດລົງຢ້ຽມຢາມ ເມືອງ ໄຊເສດຖາ ນວ. ເຂົ້າຮ່ວມຕ້ອນຮັບ ໂດຍ ທ່ານ ປອ ສິນລະວົງ ຄຸດໄພທູນ ກົມການເມືອງສູນກາງພັກ, ເລຂາຄະນະພັກ-ເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ຖະໜອມ ທຳທອງ ເຈົ້າເມືອງ ໄຊເສດຖາ ພ້ອມດ້ວຍບັນດາພະແນກການ, ຫ້ອງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຕ້ອນຮັບຢ່າງອົບອຸ່ນ. ການລົງຢ້ຽມຢາມຄັ້ງນີ້ ຈຸດທຳອິດ, ຄະນະໄດ້ລົງຢ້ຽມຢາມວິສາຫະກິດສ່ວນບຸກຄົນ ຫັດຖະກຳຕໍ່າຫູກລາຍລາວ ເຊີ່ງວິສາຫະກິດສ່ວນບຸກຄົນ ປະຈຸບັນ ແມ່ນໄດ້ຮັບອະນຸຍາດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ໂດຍແມ່ນກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ອອກໃບອະນຸຍາດ, ຈາກນັ້ນ, ຄະນະກໍໄດ້ລົງຢ້ຽມຢາມ ຮ້ານຈຳປາລ້ານຊ້າງ ຫັດຖະກຳເຄື່ອງເງິນ ສ່ວນບຸກຄົນຮ້ານຈຳປາລ້ານຊ້າງ ຫັດຖະກຳເຄື່ອງເງິນ ປະຈຸບັນແມ່ນໄດ້ຮັບອະນຸຍາດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ODOP)
ຕອນທ້າຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍຄະນະໄດ້ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຂອງເມືອງໄຊເສດຖາ, ບັນດານາຍບ້ານ ແລະ ຄອບຄົວຕົວແບບ ທີ່ສະໂມສອນ ຂອງສຳນັກງານ ອົງການປົກຄອງເມືອງ ໄຊເສດຖາ, ພາຍຫຼັງຮັບຟັງການລາຍງານສະພາບ ຂອງເມືອງໄຊເສດຖາ ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ, ຜົນງານທີ່ ຄະນະພັກເມືອງ, ອົງການປົກ ຄອງເມືອງ ໄຊເສດຖາ ແລະ ປະຊາຊົນ ຂອງເມືອງຍາດມາໄດ້ ແລະ ກໍໄດ້ຊີ້ນຳບາງບັນຫາທີ່ ເມືອງຄວນເອົາໃຈໃສ່ ສືບຕໍ່ຈັດຕັ້ງປະຕິບັດໃນແຜນວຽກຂອງ ເມືອງໄຊເສດຖາ.
Editor: ກຳປານາດ ລັດຖະເຮົ້າ