ໃນວັນທີ 20 ກັນຍາ 2017 ຜ່ານມານີ້, ບໍລິສັດ ທິບພະຍະປະກັນໄພ ຈຳກັດ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການປະກັນໄພ, ພ້ອມທັງມີການເຊັນສັນຍາ ຮ່ວມມື ລະຫວ່າງ ບໍລິສັດ ທິບພະຍະປະກັນໄພ ກັບ ກຸ່ມບໍລິສັດ ຈາກ ປະເທດຈີນ, ເຊີ່ງພິທີດັ່ງກ່າວ ແມ່ນໄດ້ຈັດຂື້ນ ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ.
ທ່ານ ພະສິນ ພຣຸດພົງ ກຳມະການຜູ້ຈັດການໃຫຍ່ ບໍລິສັດ ທິບພະຍະປະກັນໄພ ຈຳກັດ ໄດ້ກ່າວວ່າ: ງານຄັ້ງນີ້ ຈັດຂື້ນເພື່ອເຜີຍແຜ່ຄວາມຮູ້ທາງດ້ານປະກັນໄພ, ຄວາມສຳຄັນໃນການເຮັດປະກັນໄພໃຫ້ກັບນັກທຸລະກິດຈີນ ທີ່ມາດຳເນີນທຸລະກິດ ໃນ ສປປ ລາວ ໄດ້ເຂົ້າມາໃຊ້ບໍລິການ ປະກັນໄພ ນຳບໍລິສັດ ທິບພະຍະປະກັນໄພ, ເປັນຕົ້ນແມ່ນການປະກັນໄພທາງດ້ານຊັບສິນ, ປະກັນໄພຕຶກອາຄານ, ຮ້ານຄ້າ, ການປະກັນຊີວິດ, ການປະກັນສຸຂະພາບ ແລະ ອື່ນໆ, ທັງນີ້ກໍ່ແນ່ໃສ່ຮັບປະກັນໃນການດຳເນີນທຸລະກິດໃຫ້ເຕີບໃຫຍ່ ຢ່າງຕໍ່ເນື່ອງ ໂດຍບໍ່ຕ້ອງກັງວົນກ່ຽວກັບອັກຄິໄພ ທີ່ເກີດຂື້ນ, ສຳລັບການລົງນາມຮ່ວມມືກັນ ຖືເປັນຂິດຫມາຍທີ່ດີ ເນື່ອງຈາກບັນດານັກທຸລະກິດຈີນ ປະຈຳ ຢູ່ ສປປ ລາວ ໄດ້ເຫັນໄດ້ເຖິງຄວາມສຳຄັນ ຂອງການເຮັດປະກັນໄພ.
ສຳລັບການເຊັນສັນຍາ ຮ່ວມກັນໃນຄັ້ງນີ້ ເນື່ອງຈາກວ່າ ນັກທຸລະກິດຈີນ ທີ່ດຳເນີນທຸລະກິດໃນ ສປປ ລາວ ແມ່ນຍັງບໍ່ທັນໄດ້ເຮັດປະກັນໄພ ນອກນີ້ ກໍ່ຍັງເປັນການສ້າງເງື່ອນໄຂສະດວກໃຫ້ແກ່ນັກທຸລະກິດຈີນ ເຫັນໄດ້ເຖິງຄວາມສຳຄັນ ແລະ ຄວາມປອດໄພໃນການດຳເນີນທຸລະກິດ ສ່ວນການເຊັນສັນຍາ ຮ່ວມກັນ ໃນຄັ້ງນີ້ ລົງນາມໂດຍ ທ່ານ ພະສິນ ພຣຸດພົງ ກຳມະການຜູ້ຈັດການໃຫຍ່ ບໍລິສັດ ທິບພະຍະ ປະກັນໄພ ກັບ ທ່ານ ຄິງ ຈິ ກັງ ( Qing Ji Kang ) ຮອງເລຂາທິການສະພາການຄ້າ ຈີນ ປະຈໍາ ສປປ ລາວ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂິພິຍານ.
Editor: ກຳປານາດ ລັດຖະເຮົ້າ