ອົງການປົກຄອງເມືອງທ່າແຕງ, ແຂວງເຊກອງ ຮ່ວມກັບໂຄງການ ພັດທະນາແບບກວມລວມທົ່ວ ເຂດພູພຽງບໍລິເວນ ຈັດພິທີປະກາດຮັບຮອງເອົາການສ້າງບ້ານ ທົ່ງຫວາຍ ຊຶ່ງເປັນເຂດຈຸດສຸ່ມພັດທະນາທີ 6 ຂອງເມືອງທ່າແຕງ ເປັນບ້ານຕົວແບບຂອງ ການປະຕິບັດໂຄງການແຜນພັດທະນາແບບກວມລວມທົ່ວເຂດພູພຽງບໍລິເວນ.
ພິທີດັ່ງກ່າວ ໄດ້ຈັດຂຶ້ນຕອນເຊົ້າວັນທີ 21 ກັນຍາ 2017 ນີ້ ທີ່ສະໂມສອນບ້ານທົ່ງຫວາຍ. ໂດຍການເປັນປະທານຂອງ ທ່ານ ຄໍາສອນ ກອນເຍີ ເຈົ້າເມືອງ-ເມືອງທ່າແຕງ,ເປັນກຽດເຂົ້າຮ່ວມຂອງ ທ່ານ ອູ່ສະຫວັນ ທ່ຽງເທບວົງສາ ຮອງຫົວໜ້າ,ຜູ້ປະຈຳການໂຄງການແຜນພັດທະນາແບບກວມລວມທົ່ວເຂດພູພຽງບໍລິເວນ, ມີຄະນະຮັບຜິດຊອບຂັ້ນກະຊວງ,ແຂວງ,ເມືອງ,ບ້ານ,ຜູ້ຕາງໜ້າຈາກເມືອງເລົ່າງາມ,ເມືອງປາກຊ່ອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອູ່ສະຫວັນ ທ່ຽງເທບວົງສາ ຮອງຫົວໜ້າໂຄງການແຜນພັດທະນາແບບກວມລວມທົ່ວເຂດພູພຽງບໍລິເວນ ໄດ້ລາຍງານ ກ່ຽວກັບຈຸດປະສົ່ງລະດັບຄາດໝາຍ,ການຫັນເປັນລະອຽດວິ ໄສທັດການພັດທະນາຮອດປີ 2030 ຂອງພັກລັດຖະບານ ໃນການປະຕິບັດຄາດໝາຍຕ່າງໆ ໂດຍສະເພາະແມ່ນ ການລຶບລ້າງຄວາມທຸກຍາກຂອງພໍ່ແມ່ປະຊາຊົນ ແລະ ນຳພາປະ ເທດຊາດຫຼຸຸດພົ້ນອອກຈາກຄວາມດ້ອຍພັດທະນາ. ສຳລັບຢູ່ພາກໃຕ້,ພັກ ແລະ ລັດຖະບານ ໄດ້ກຳນົດໃຫ້ມີໂຄງການແຜນພັດທະນາ ແບບກວມລວມທົ່ວເຂດພູ ພຽງບໍລະເວນ ແລະ ໄດ້ແຕ່ງ ຕັ້ງຄະນະຮັບຜິດຊອບລະດັບຊາດນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ,ມີ 3 ແຂວງຄື: ຈຳປາສັກ,ສາລະວັນ, ເຊກອງ, ມີ 3 ເມືອງຄື: ປາກຊ່ອງ,ເລົ່າ ງາມ ແລະ ທ່າແຕງ. ໃນເຂດ ພູພຽງບໍລະເວນ ແມ່ນກຳນົດ ເອົາການຂຸດຄົ້ນທ່າແຮງບົ່ມຊ້ອນ ໃນການພັດທະນາຮັບ ປະກັນຄວາມຍືນຍົງເຕີບໂຕສີຂຽວ ຕາມທິດສັງຄົມນິຍົມ. ທ່ານ ນິກອນ ສີສຸພັນ ຫົວໜ້າເຂດຈຸດສຸ່ມພັດທະນາທີ 6 ໄດ້ລາຍງານໃຫ້ຮູ້ວ່າ: ການສ້າງບ້ານທົ່ງຫວາຍ ເປັນບ້ານຕົວແບບໄດ້ເລີ່ມມາແຕ່ວັນທີ 17-21 ກັນຍາ 2017 ໂດຍເບື້ອງຕົ້ນມີ 4 ກະຊວງ ຮ່ວມກັບແຂວງ ແລະ ເມືອງ ຄື: ກະຊວງກະສິກຳ-ປ່າໄມ້,ກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ກະຊວງພາຍໃນ, ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອົງການຈັດຕັ້ງຊາວໜຸ່ມ-ແມ່ ຍິງຂອງເມືອງ, ບ້ານໄດ້ຮ່ວມກັນສຶກສາສໍາຫຼວດເກັບກໍາຂໍ້ມູນ ເພື່ອມາຂຽນກິດຈະກໍາເປັນໂຄງການ ໃນການພັດທະນາຕາມຂະແໜ່ງການ ໂດຍໄດ້ສຳເລັດການກຳນົດກິດຈະກຳໂຄງການດ້ານກະສິກຳ-ປ່າໄມ້,ການກຳນົດແຜນທີ່ຂອງບ້ານ,ອະນຸລັກປົກປັກຮັກສາປ່າໄມ້,ແຫຼ່ງນໍ້າ,ແຜນການປັບປຸງກໍ່ສ້າງເສັ້ນທາງເຂົ້າບ້ານ,ເຂົ້າສູ່ການຜະລິດ,ສ້ອມແປງນ້ຳລິນ,ສ້ອມແປງ-ຕິດຕັ້ງລະບົບຕາຄ່າຍໄຟຟ້າ,ໂທລະໂຄ່ງ,ສ້າງຕະຫຼາດ,ການຈັດສັນທີ່ດິນ,ໂຮງຮຽນ, ໂຮງໝໍ, ຂະຫຍາຍຫ້ອງປະຊຸມຂອງບ້ານ ແລະ ການສ້າງຂະບວນການດ້ານຕ່າງໆຂອງມວນຊົນ ຊຶ່ງອຳ ນາດການປົກຄອງ ແລະ ພໍ່ແມ່ ປະຊາຊົນຂອງບ້ານ ກໍ່ໄດ້ເປັນເອກະພາບກັນປະຕິບັດຢ່າງ ຕັ້ງໜ້າ. ດັ່ງນັ້ນ ການກຳນົດເອົາເຂດດັ່ງ
ກ່າວ ຈຶ່ງມີຄວາມເໝາະສົມ ເພາະເປັນການຍົກລະດັບເຂດ ດັ່ງກ່າວນີ້ໃຫ້ກາຍເປັນ ຕົວເມືອງນ້ອຍໃນຊົນນະບົດ.
ຂະນະດຽວກັນ ຍັງໄດ້ມອບເຄື່ອງຊຸດກິລາ,ບານເຕະ, ກະຕໍ້ຫວາຍໃຫ້ບ້ານ ທົ່ງຫວາຍຕື່ມອີກ ໂດຍແມ່ນທ່ານ ຄໍາສອນ ກອນເຍີ ເລຂາພັກເມືອງ ເຈົ້າເມືອງ ເມືອງ ທ່າແຕງ ພ້ອມທ່ານຍັງໄດ້ຮຽກຮ້ອງໃຫ້ຂະແໜ່ງການທີ່ກ່ຽວ ຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນ ຈົ່ງເຕົ້າໂຮມຄວາມສາມັກຄີຢ່າງໜັກແໜ້ນ,ເປັນແບບຢ່າງໃຫ້ບັນດາບ້ານຕ່າງໆພາຍໃນເມືອງຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າ ທີ່ຕິດພັນກັບລັກຊະນະຂອງຊາດ, ພ້ອມກັນສູ້ຊົນປະຕິບັດ ບັນດາໂຄງການ, ຄາດໝາຍໃນດ້ານຕ່າງໆໃຫ້ມີຜົນສຳເລັດ ເທື່ອລະກ້າວ.
Editor: ກຳປານາດ ລັດຖະເຮົ້າ