ໃນວັນທີ 21 ກັນຍາ 2017 ຜ່ານມາ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງວຽງຈັນ. ໄດ້ຈັດພິທີເຜີຍແຜ່ຜົນສຳເລັດກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 8, ຜົນສຳເລັດກອງປະຊຸມສະໄຫມສາມັນ ເທື່ອທີ 3 ສະພາປະຊາຊົນ ແຂວງວຽງຈັນ. ຊຸດທີ 1 ເຜີຍແຜ່ເອກະສານໂຄສະນານຳພາແນວຄິດກ່ຽວກັບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ເອກະສານໂຄສະນາປາຖະກາຖາວັນສ້າງຕັ້ງອາຊຽນ ຄົບຮອບ 50 ປີ, ຂຶ້ນຢູ່ທີ່ຫ້ອງປະຊຸມຂອງຕົນ.ເປັນກຽດຂຶ້ນເຜີຍແຜ່ໂດຍ ທ່ານ ຈຳປາທອງ ວົງເດືອນ ເລຂາຄະນະພັກຮາກຖານ ຫົວຫນ້າລັດວິສາຫະກິດໄຟຟ້າສາຂາ ແຂວງວຽງຈັນ ເຂົ້າຮ່ວມຮັບຟັງມີບັນດາທ່ານຮອງຫົວຫນ້າລັດວິສາຫະກິດ,ຫົວຫນ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານຂອງລັດວິສາຫະກິດໄຟຟ້າສາຂາ ແຂວງວຽງຈັນ ເຂົ້າຮ່ວມ.
ການເຜີຍແຜ່ເອກະສານໃນເທື່ອນີ້ກໍເພື່ອເປັນການເຮັດໃຫ້ພະນັກງານທົ່ວລັດວິສາຫະກິດໄຟຟ້າສາຂາ ແຂວງວຽງຈັນ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມກໍ່ຄືເປົ້າຫມາຍການພັດທະນາປະເທດຊາດທີ່ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 8 ໄດ້ຮັບຮອງເອົາໃນກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານ ແລະ ສະເຫນີໃຫ້ລັດຖະບານເອົາໃຈໃສ່ສືບຕໍ່ຊີ້ນຳ ແລະ ຊຸກຍູ້ບັນດາກະຊວງ, ອົງການ, ຂະແຫນງການ ແຕ່ລະຂັ້ນສູ້ຊົນຈັດຕັ້ງປະຕິບັດບັນດາຄາດຫມາຍລວມ, ຄາດຫມາຍແຕ່ລະດ້ານ, ທິດທາງວຽກງານ ແລະ ບັນດາມາດຕະການທີ່ກຳນົດໄວ້ ໃນມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 14,15,16/ສພຊ ລົງວັນທີ 24 ແລະ 28 / 11 / 2016 ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈຳປີ 2017 ແລະ ການປະກາດໃຊ້ນິຕິກຳລຸ່ມກົດຫມາຍເພື່ອແນໃສ່ຮັບປະກັນເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຫມັ້ນທ່ຽງ. ການເຜີແຜ່ເອກະສານທັງຫມົດ ກໍເພື່ອເຮັດໃຫ້ບັນດາການຈັດຕັ້ງປະຕິບັດຫນ້າທີ່ວຽກງານແຕ່ລະຂົງເຂດໃຫ້ໄປລວງ ແລະ ທິດທາງດຽວກັນ ເພື່ອສ້າງໃຫ້ບັນດາຖັນແຖວພະນັກງານຮັບຮູ້ຄວາມຫມາຍຄວາມສຳຄັນຂອງຜົນສຳເລັດ ໃນແຕ່ລະຂົງເຂດວຽກງານທີ່ຍາດມາໄດ້ໃນໄລຍະຜ່ານມາ.
Editor: ກຳປານາດ ລັດຖະເຮົ້າ