ປະຊາຊົນຊາວບ້ານສູງ, ເມືອງສາລະວັນ ແລະ ແຂວງສາລະວັນ ຕົກອົກຕົກໃຈ ແລະ ຢ້ານຕໍ່ກັບເຫດການພາຍຸພັດເຂົ້າບ້ານຢ່າງຮຸນແຮງ, ຫຼາຍຄອບຄົວປົບຫນີເອົາຊີວິດລອດ ໂດຍບໍ່ໄດ້ຫ່ວງນຳສິ່ງຂອງເຮືອນຊານບ້ານຊ່ອງ ຍ້ອນພາຍຸພັດເຂົ້າຢ່າງກະທັນຫັນ ໃນຕອນແລງຂອງວັນທີ 19 ກັນຍາ ທີ່ຜ່ານມານີ້.
ຕາມການບອກເລົ່າຂອງຊາວບ້ານຜູ້ເຫັນເຫດການ ວ່າ: ເວລາປະມານ 18:30 ນາທີ ໄດ້ເກີດມີພາຍຸພັດເຂົ້າບ້ານສູງ ຢ່າງໄວວາ ແລະ ກະທັນຫັນ ເຮັດໃຫ້ປະຊາຊົນເກືອບເອົາຊີວິດບໍ່ລອດ, ໂຊກດີທີ່ທຸກຄົນມີສະຕິ ເຮັດໃຫ້ບໍ່ມີຜູ້ໃດໄດ້ຮັບບາດເຈັບ, ແຕ່ກໍ່ໄດ້ສ້າງຄວາມເສຍຫາຍໃຫ້ເຮືອນຊານຂອງປະຊາຊົນ ຖືກກະທົບເສຍຫາຍຈຳນວນ 25 ຫຼັງຄາເຮືອນ, ໃນນັ້ນ ຮຸນແຮງ 5 ຫຼັງ, ສ່ວນໃຫຍ່ແມ່ນຫຼັງຄາເຮືອນທີ່ຖືກລົມພັດຮື້ອອກ, ສັງກະສີ, ກະເບື້ອງ.
ສຳລັບ, ສິ່ງຂອງເຄື່ອງໃຊ້ແມ່ນເປ້ເພເລັກໜ້ອຍ, ຂະນະທີ່ເຄື່ອງປູກຂອງຝັງກໍ່ໄດ້ຮັບຜົນເສຍຫາຍຈຳນວນໜຶ່ງ ແລະ ສາຍໄຟຟ້າຖືກຕັດຂາດໃນບາງຈຸດ, ຄາດຄະເນມູນຄ່າເສຍຫາຍໃນເບື້ອງຕົ້ນ ປະມານ 20 ລ້ານກວ່າກີບ. ຈາກເຫດການດັ່ງກ່າວເຖີງຈະເຮັດໃຫ້ເຮືອນຂອງປະຊາຊົນຖືກກະທົບບໍ່ໜັກປານໃດຕໍ່ຕາມ, ແຕ່ໄດ້ສ້າງຄວາມຢ້ານກົວໃຫ້ກັບປະຊາຊົນພາຍໃນບ້ານພໍສົມຄວນ, ເນື່ອງຈາກເຫດການນີ້ຖືວ່າເປັນເຫດການຮຸນແຮງໃນຮອບຫຼາຍປີ.
Editor: ຕະວັນ ແສງສະຫວັນ