ເຄື່ອກ້ວຍ ທີ່ກຳລັງສຸກຂຽວເຫລື່ອງ, ທີ່ວາງຢາຍເພື່ອລໍຖ້າແມ່ຄ້າ ຫລື ພໍ່ຄ້າມາຊື້ໄປນີ້ ແມ່ນຜົນຜະລິດທາງດ້ານກະສິກຳຂອງປະຊາຊົນຊາວບ້ານນາສາ, ນາພຽງ ແລະ ບ້ານໂນນສະຫວັນ, ເມືອງຊະນະຄາມ, ແຂວງວຽງຈັນ ທີ່ໄດ້ນຳຜົນຜະລິດຈາກສວນກ້ວຍຂອງຕົນເອງ ມາຈຳຫນ່າຍຢູ່ຕະຫລາດອົດຊີ ຊຶ່ງເປັນຕະຫລາດຂາຍຍົກ ແລະ ຂາຍຍ່ອຍ ທີ່ໃຫ່ຍທີ່ສຸດໃນນະຄອນຫລວງວຽງຈັນ, ທ່າມກາງລາຄາທີ່ຕົກຕ່ຳກ່ວາປີຜ່ານມາ.
ນາງ ສີສຸມຸດ ອຸ່ນດາລາ, ແມ່ຄ້າທີ່ມາເກັບຊື້ ຫມາກກ້ວຍ ຈາກຊາວກະສິກອນ ເວົ້ານັກຂ່ວ່າ: ສະເພາະໃນປີນີ້ ການເກັບຊື້ຫມາກກ້ວຍຈາກຊາວກະສິກອນ ທີ່ນຳມາຈຳຫນ່າຍຢູ່ຕະຫລາດອົດຊີ ແລະ ຕະຫລາດອື່ນໆ ແມ່ນເຫັນວ່າມີລາຄາຕົກຕ່ຳກວ່າປີຜ່ານມາຫລາຍ ທີ່ເປັນຜົນມາຈາກຕະຫລາດຈາກປະເທດຈີນ ແລະ ໄທ ຢຸດການສັ່ງຊື້ຫມາກກ້ວຍຈາກສວນຂອງຊາວກະສິກອນ ກະເລີຍເຮັດໃຫ້ຫມາກກ້ວຍຈຳນວນຫລວງຫລາຍ ຖືກນຳສົ່ງເຂົ້າມາຂາຍຢູ່ຕະຫລາດໃນນະຄອນຫລວງວຽງຈັນ. ຊຶ່ງໃນປີນີ້ລາຄາຂາຍສົ່ງຈະຕົກຢູ່ປະມານ 1700-1800 ກີບຕໍ່ຫວີ ແລະ ລາຄາຂາຍຍ່ອຍ ຈະຕົກຢູ່ປະມານ 2000-2500 ກີບຕໍ່ຫວີ ໂດຍຈະຂື້ນກັບຂະຫນາດຂອງຫມາກກ້ວຍ, ຊຶ່ງກໍ່ມີຜົນກະທົບໂດຍກົງຕໍ່ຜູ້ປູກກ້ວຍຂາຍ ກໍຄືຊາວກະສິກອນ.
ແຕ່ຢ່າງໃດກໍຕາມ ເພື່ອໃຫ້ໄດ້ລາຄາຂາຍຫມາກກ້ວຍດີຂື້ນມາແດ່, ຊາວກະສິກອນກໍ່ຈຳເປັນຈະຕ້ອງນັ່ງຂາຍເອງຢູ່ຕະຫລາດ ໂດຍທີ່ບໍ່ໄດ້ຂາຍສົ່ງໃຫ້ແມ່ຄ້າ-ພໍ່ຄ້າທີ່ມາເກັບຊື້, ເຖິງແມ່ນວ່າອາດຕ້ອງໃຊ້ເວລາດົນແດ່ກໍ່ຕາມໃນການຂາຍ ແລະ ສ່ຽງຕໍ່ການເນົ່າເສຍຂອງຜົນຜະລິດ.
ມີສຽງສຳພາດຂອງທ່ານ ສີສະມຸດ ອຸ່ນດາລາ, ແມ່ຄ້າທີ່ເກັບຊື້ຫມາກກ້ວຍ ມາໃຫ້ຮູ້ເພີ່ມຕື່ມໆ
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ