ສຳລັບ, ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນໂຮງງານຕັດຫຍິບທົ່ວປະເທດ ພາຍຫຼັງທີ່ກົດໝາຍແຮງງານສະບັບປັບປຸງ ໃນພາກທີ 8 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ.
ໃນມາດຕາ 123 ໄດ້ກຳນົດໃຫ້ຫົວໜ່ວຍແຮງງານທີ່ມີຜູ້ອອກແຮງງານຈຳນວນ 100 ຄົນລົງມາຕ້ອງມີພະນັກງານຮັບຜິດຊອບວຽກງານຄວາມປອດໄພ ແລະ ສຸຂະພາບ ເນື່ອງຈາກແຮງງານສ່ວນໃຫຍ່ ຍັງແມ່ນມາຈາກຊົນນະບົດມີຄວາມສ່ຽງສູງຕໍ່ການເກີດອຸບັດເຫດລະຫວ່າງກຳລັງປະຕິບັດໜ້າທີ່.
ທ່ານ ບຸນປອນ ມຸນຕິວົງ, ກ່າວໃນຊຸດຝຶກອົບຮົມໜ່ວຍ ງານຄວາມປອດໄພ ແລະ ສຸຂະພາບແຮງງານປະຈຳຫົວໜ່ວຍແຮງງານໃນຂະແໜງຕັດຫຍິບ ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ວ່າ: ແຮງງານທີ່ມາປະກອບອາຊີບຕາມໂຮງຈັກ, ໂຮງງານຕ່າງໆໃນເມືອງໃຫຍ່ ແມ່ນມາຈາກຊົນນະບົດ ສິ່ງທີ່ໜ້າເປັນຫ່ວງແຮງງານເຫຼົ່ານີ້ ຍັງມີຄວາມສ່ຽງສູງຕໍ່ການເກີດອຸບັດເຫດ ທີ່ຈະເຮັດໃຫ້ເສຍຊີວິດ ແລະ ຊັບສິນ ທີ່ກະຊວງ ແຮງງານ ແລະ ຫົວໜ່ວຍທຸລະກິດຄວນຫາວິທີປ້ອງກັນ ເພື່ອບໍ່ໃຫ້ເກີດສີ່ງທີ່ບໍ່ເພີ່ງປະສົງທີ່ອາດຈະເກີດຂຶ້ນໄດ້.
ຂໍ້ມູນຕາມສໍາຫຼວດປີ 2006 ໃນຈໍານວນ 355 ຫົວໜ່ວຍໃນລາວມີຜູ້ໄດ້ຮັບເຄາະຮ້າຍຈາກອຸບັດເຫດແຮງງານເຖິງ 611 ຄົນ ໃນນັ້ນ ມີຜູ້ເສຍຊີວິດ 6 ຄົນເສຍອົງຄະ 3 ຄົນ ຊຶ່ງເປັນຕົວເລກທີ່ຂ້ອນຂ້າງສູງພໍສົມຄວນ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວໃນໄລຍະເຊື່ອມໂຍງ ໃນລະດັບພາກພື້ນ ແລະ ສາກົນຍິ່ງມີຄວາມສຳຄັນຫຼາຍຕໍ່ການສ້າງໜ່ວຍງານດ້ານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ໄດ້ມາດຖານສາກົນເທື່ອລະກ້າວໃນອະນາຄົດ.
ທັງນີ້ ທ່ານໄດ້ຮຽກຮ້ອງໃຫ້ແຕ່ລະໂຮງຈັກ, ໂຮງງານ ໃຫ້ຄວາມຮ່ວມມື ແລະ ເອົາໃຈໃສ່ຫຼຸດຜ່ອນຄວາມສ່ຽງການເກີດອຸບັດເຫດລະຫວ່າງກຳລັງເຮັດວຽກ ຍົກສູງການຜະລິດ, ເພີ່ມການສົ່ງອອກໃຫ້ຫຼາຍຂຶ້ນ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເຮັດໃຫ້ປະເທດ ຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2020 ຕາມແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານວາງອອກ.
Editor: ຕະວັນ ແສງສະຫວັນ