ໃນຕອນເຊົ້າຂອງວັນທີ 22 ກັນຍາ 2017 ຜູ້ສືຂ່າວລາຍການເມືອງລາວວັນນີ້ພວກເຮົາ ແລະ ທ່ານ ແສງເພັດ ພົມມະສານ, ຫົວຫນ້າຫ້ອງການຈັັດສັນຕະຫລາດລາວ-ອົດຊີ ຂາຍຍົກ ແລະ ຂາຍຍ່ອຍ ທີ່ໃຫຍ່ທີ່ສຸດໃນນະຄອນຫລວງວຽງຈັນ ລົງສຳຫລວດ ແລະ ຕິດຕາມເບິ່ງລາຄາສິນຄ້າຢູ່ໃນຕະຫລາດລາວ-ອົດຊີ ເຊິ່ງພົບເຫັນສິນຄ້າຫລາຍລາຍການທີ່ມີລາຄາປົກກະຕິຢູ່ ເປັນຕົ້ນ: ຊີ້ນງົວ ກິໂລລະ 70,000 ກີບ, ຊີ້ນຫມູປະເພດຫນຶ່ງ: ຊີ້ນກ້ອນ, ດູກຂ້າງ, ຊີ້ນສາມຊັ້ນ ກິໂລລະ 33,000 ກີບ, ຊີ້ນຫມູປະເພດສອງ: ກິໂລລະ 25,000-30,000 ກີບ, ປານິນກະຊັງ ກິໂລລະ 17,000 ກີບ, ໄກ່ລາດ ກິໂລລະ 35,000 ກີບ, ຜັກສະລັດ ກິໂລລະ 10,000 ກີບ, ຫອມບົ່ວ ກິໂລລະ 10,000 ກີບ, ຜັກກາດຂາວ ກິໂລລະ 4,000 ກີບ, ຜັກກາດຊ່ອມ ກິໂລລະ 6,000 ກີບ, ຫມາກນາວ ກິໂລລະ 4,000 ກີບ, ກະລຳປີ່ ກິໂລລະ 6,000 ກີບ. ສຳລັບ ສິນຄ້າປະເພດພືດຜັກນີ້ແມ່ນຈະຂື້ນລົງຕາມສະພາບຕົວຈິງ.
ສຳລັບ ໃນມື້ຫນຶ່ງໆ ຈະມີສິນຄ້າປະເພດພືດຜັກທຸກຊະນິດມາລົງທີ່ຕະຫລາດລາວ-ອົດຊີ ປະມານ 50 ໂຕນຫມາກໄມ້ 60 ໂຕນ, ປະເພດຊີ້ນຫມູ 6-7 ໂຕນ, ປະເພດຊີ້ນງົວ 1 ໂຕນກວ່າ, ປະເພດປາ 3 ໂຕນ ແລະ ອາຫານທະເລ ປະມານ 10 ປາຍໂຕນ.
ພ້ອມດຽວກັນນັ້ນ, ທ່ານ ແສງເພັດ ພົມມະສານ, ຫົວຫນ້າຫ້ອງການຈັດສັນຕະຫລາດ ລາວ-ອົດຊີ ຍັງບອກວ່າ: ອານາຄົດອັນໃກ້ ຕະຫລາດຂອງພວກເຮົາຍັງຈະໄດ້ຖືກຄັດເລືອກຈາກນະຄອນຫລວງວຽງຈັນ ໃຫ້ກາຍເປັນຕະຫລາດຕົວແບບ ແລະ ຍັງມີແຜນຈະຂະຫຍາຍບ່ອນຈອດລົດໃຫ້ກວ່າງອອກອີກ ປະມານ 1 ເຮັກຕາ, ຈັດສັນເລື່ອງຂີ້ເຫຍື່ອຄວາມສະອາດ, ພ້ອມທັງ ຈັດສັນການຂາຍຂອງຊາວຄ້າຂາຍໃຫ້ເຂົ້າສູ່ລະບົບ ມີຄວາມເປັນລະບຽບຮຽບຮ້ອຍຂື້ນກວ່າເກົ່າ.
ມີສຽງສຳພາດ ທ່ານ ແສງເພັດ ພົມມະສານ, ຫົວຫນ້າຫ້ອງການຈັດສັນຕະຫລາດ ລາວ-ອົດຊີ ມາໃຫ້ຮັບຟັງ
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ