ເຈົ້າຫນ້າທີ່ສະເພາະກິດ ປກສ ແຂວງບໍລິຄຳໄຊ ເປີດເຜີຍວ່າ: ໃນວັນທີ 16 ກັນຍາ 2017 ຫລັງໄດ້ຮັບລາຍງານຈາກພົ້ນລະເມືອງດີ ກຳລັງຈະມີການນັດສົ່ງຢາເສບຕິດ ປະເພດຢາບ້າ ຢູ່ເຂດບ້ານຫວ້ຍສຽດ, ເມືອງປາກຊັນ, ແຂວງບໍລິຄຳໄຊ ໃນເວລາ 17:00 ໂມງ ຂອງວັນດຽວກັນເປົ້າຫມາຍຂີ່ລົດຮຸນໃດ ແລະ ລົດຈັກ ມາລໍຖ້າຢູ່ຈຸດນັດສົ່ງ, ຈາກນັ້ນ ເຈົ້າຫນ້າທີ່ຈຶ່ງສະແດງຕົວເຂົ້າກັກຕົວຜູ້ຕ້ອງຫາໄດ້ສາມຄົນ ຄື: ທ້າວ ນຳ ອາຍຸ 21 ປີ ຢູ່ບ້ານດອນຊາດ, ທ້າວ ພອນ ອາຍຸ 23 ປີ ຢູ່ບ້ານໂພນເມືອງນ້ອຍ ແລະ ທ້າວ ໄມຄໍາ ອາຍຸ 26 ປີ ຢູ່ບ້ານອຸດົມ ທັງສາມຢູ່ເມືອງຄໍາເກີດ, ແຂວງບໍລິຄຳໄຊ ພ້ອມທັງກວດພົບຢາບ້າ ຈຳນວນ 40 ມັດ ເທົ່າກັບ 80 ພັນເມັດ.
ຜ່ານການສືບສວນ-ສອບສວນພວກກ່ຽວສາລະພາບ ວ່າ: ມີຜູ້ຊາຍຄົນຫນຶ່ງໂທລະສັບຫາວ່າໃຫ້ໄປສົ່ງຢາບ້າ ໂດຍໃຫ້ຄ່າຈ້າງໃນການໃປສົ່ງ, ພາຍຫລັງຕົກລົງກັນແລ້ວ ກໍ່ໄດ້ວາງແຜນນັດສົ່ງຢາບ້າ ເພື່ອຫລີກການກວດຄົ້ນຂອງເຈົ້າຫນ້າທີ່, ພໍມາຮອດບ່ອນນັດຫມາຍສົ່ງຢາບ້າ ຢູ່ບ້ານຫ້ວຍສຽດ ໄດ້ໂທຫາຜູ້ທີ່ຈະມາຊື້ຢາບ້າດັ່ງກ່າວ, ແຕ່ຖືກເຈົ້າຫນ້າທີ່ສະແດງຕົວເຂົ້າກັກຕົວໄດ້ສາກ່ອນ.
ຂອບໃຈຂໍ້ມູນຈາກນຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ