ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານວາງສະແດງ ສິນຄ້າດ້ານການກໍ່ສ້າງ-ວັດສະດຸກໍ່ສ້າງ ແລະ ອຸປະກອນໄຟຟ້າ ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງ ໃນວັນທີ 20 ກັນຍາ ແລະ ງານຈະດຳເນີນໄປຈົນຮອດວັນ 24 ກັນຍານີ້.
ທ່ານ ສັງຄົມ ຈັນສຸກ, ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ ກ່າວວ່າ: ງານວາງສະແດງສິນຄ້າ ດ້ານການກໍ່ສ້າງ-ວັດສະດຸກໍ່ສ້າງ ແລະ ອຸປະກອນໄຟຟ້າໃນຄັ້ງນີ້ ເພື່ອເປັນເວທີເປີດໂອກາດໃຫ້ຜູ້ປະກອບການທີ່ກ່ຽວຂ້ອງກັບຂະແໜງການກໍ່ສ້າງ ແລະ ຜູ້ຊົມໃຊ້ ນຳສະເໜີຜະລິດຕະພັນຂອງຕົນເອງ, ແລກປ່ຽນຂໍ້ມູນຂ່າວສານທຸລະກິດການຄ້າ ແລະ ບໍລິການເຊິ່ງກັນ ແລະ ກັນ ລວມທັງປະຊາສຳພັນຄວາມເປັນມາຂອງບໍລິສັດ ໃຫ້ເປັນທີ່ຮູ້ຈັກແກ່ຜູ້ຄົນໃນວົງການ ຕະຫຼອດເຖິງການສັງເກດການ ແລະ ວິເຄາະການແຂ່ງຂັນຂອງຕະຫຼາດໃນປັດຈຸບັນ.
ໃນງານວາງສະແດງສິນຄ້າຄັ້ງນີ້ ໄດ້ມີຜູ້ປະກອບການຫົວໜ່ວຍທຸລະກິດ ດ້ານການກໍ່ສ້າງ-ວັດສະດຸກໍ່ສ້າງ ແລະ ອຸປະກອນໄຟຟ້າ ທັງພາຍໃນ ແລະ ຈາກປະເທດ ເພື່ອນບ້ານ ເຂົ້າຮ່ວມທັງໝົດມີ 36 ຫ້ອງ ຄື: ຫົວໜ່ວຍທຸລະກິດພາຍໃນ ມີ 21 ຫ້ອງ, ຂາຍເຄື່ອງກໍ່ສ້າງມີ 14 ຫ້ອງ, ຂາຍອຸປະກອນໄຟຟ້າມີ 7 ຫ້ອງ ຫົວໜ່ວຍທຸລະກິດຈາກປະເທດເພື່ອນບ້ານ ມີ 15 ຫ້ອງ ຂາຍເຄື່ອງກໍ່ສ້າງ ມີ 10 ຫ້ອງ ແລະ ຂາຍອຸປະກອນໄຟຟ້າມີ 5 ຫ້ອງ.
Editor: ຕະວັນ ແສງສະຫວັນ