ທ່ານ ຈັນເພັງ ອິນສະຫວັນ ປະທານສະມາຄົມຜູ້ປະກອບການລ້ຽງງົວ ນະຄອນຫລວງ ເປີດເຜີຍວ່າ: ພາຍຫຼັງທີ່ນະຄອນໂຮ່ຈີມິງ ໄດ້ຊ່ວຍເຫຼືອພໍ່-ແມ່ພັນງົວ ຈຳນວນ 50 ໂຕ (ເປັນງົວເຖິກ 5 ໂຕ) ທີ່ໄດ້ນຳມາມອບໃຫ້ໄລຍະຕົ້ນເດືອນສິງຫາຜ່ານມາ ແລະ ໄດ້ມີການພັກຈຳນວນງົວທັງໝົດໄວ້ໃນດ່ານກັກກັນສັດທີ່ບ້ານດົງໂພສີ, ປັດຈຸບັນ ແມ່ນໄດ້ຍ້າຍຈຳນວນງົວທັງໝົດໄປໄວ້ທີ່ຟາມຂອງສະມາຄົມຜູ້ປະກອບການລ້ຽງງົວ ນະຄອນຫລວງວຽງຈັນ ບ້ານສົມສະຫວາດ, ເມືອງປາກງື່ມ ທີ່ມີເນື້ອທີ່ທັງໝົດ 71 ເຮັກຕາ ເຊິ່ງສະມາຄົມໄດ້ມີການກະກຽມປູກຫຍ້າຊະນິດຕ່າງໆ ທັງ ຫຍ້າແຟຼງໂກລາ ແລະ ດູຊີໃນຟາມຂອງສະມາຄົມ ແລະ ໃນບຶງທາດຫຼວງ ລວມແລ້ວປະມານ 50 ເຮັກຕາ ຫຼັງຈາກຍ້າຍພໍ່-ແມ່ພັນ ປະມານ 2 ອາທິດ ກໍ່ຈະໄດ້ມີການຈັດເຝີກອົບຮົມການປະສົມພັນແບບທຳມະຊາດ ແລະ ປະສົມພັນທຽມໃຫ້ກັບວິຊາການ ເພື່ອຈຳໜ່າຍລູກງົວ ແຈກຢາຍໃຫ້ກັບສະມາຊິກທັງໝົດ ເພື່ອນຳໄປລ້ຽງເປັນພໍ່-ແມ່ພັນ ແລະ ຈຳໜ່າຍໃນຕະຫຼາດທົ່ວໄປ.
ຕາມການປະເມີນເບື້ອງຕົ້ນ ສະມາຄົມຈະສະໜອງງົວຊີ້ນ ໃຫ້ກັບນະຄອນໂຮ່ຈີມິງ ແລະ ສະໜອງພາຍໃນ ນະຄອນຫລວງ ເພື່ອຫຼຸດຜ່ອນການນຳເຂົ້າທາດຊີ້ນ ແລະ ສາມາດຕອບສະໜອງທາດຊີ້ນໄດ້ຢ່າງພຽງພໍ ຫາກເປັນໄປຕາມແຜນການຈະເຮັດໃຫ້ຊາວ ນະຄອນຫລວງ ບໍລິໂພກປະເພດຊີ້ນງົວ ໄດ້ຖືກລົງກວ່າທີ່ບໍລິໂພກຢູ່ໃນປັດຈຸບັນ. ສຳລັບ ນະຄອນໂຮ່ຈີມີງນຳງົວມາມອບຄັ້ງນີ້ ນອກຈາກ ພໍ່-ແມ່ພັນງົວ 50 ໂຕແລ້ວ ຍັງມີນ້ຳເຊື້ອອີກ ຈຳນວນ 10.000 ຫຼອດ ທີ່ຈະມາປະສົມທັງແບບວິທະຍາສາດ ແລະ ທຳມະຊາດ ເພື່ອແຈກຢາຍໃຫ້ກັບສະມາຊິກທີ່ມີປະມານເກືອບ 30 ຟາມ ໃນລາຄາສະມາຄົມຕັ້ງໄວ້ ພ້ອມກັນນີ້ ສະມາຄົມຍັງປູກຫຍ້າຕາມແຄມສອງຝັ່ງຂອງບຶງທາດຫຼວງ ແຕ່ຂົວໜອງໜ່ຽງລົງໄປຫາປາກຫ້ວຍໝາກຮຽວ, ເມືອງຫາດຊາຍຟອງ ໂດຍມີປະຊາຊົນສ່ວນຮ່ວມ.
Editor: ຕະວັນ ແສງສະຫວັນ