ເມື່ອບໍ່ດົນມານີ້, ພະແນກອຸດສາຫະກຳ ແລະ ກາຄ້າ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ເຖິງຜູ້ປະກອບການ ແລະ ຊາວຄ້າຂາຍ ຊີ້ນຫມູ ພາຍໃນນະຄອນຫລວງວຽງຈັນ ໂດຍອິງຕາມດຳລັດວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆ.
ເຊິ່ງເອກະສານແຈ້ງການດັ່ງກ່າວ ໄດ້ລະບຸເຖິງບັນດາຫ້ອງການອຸດສາຫະກຳ ແລະ ການຄ້າ ໃນ 9 ເມືອງ, ຂອງນະຄອນຫລວງວຽງຈັນ ລວມທັງຫົວຫນ່ວຍທຸລະກິດ ຈັດສັນຕະຫລາດ, ບັນດາຟາມລ້ຽງຫມູ ( ຜູ້ຜະລິດຫມູ ) ຜູ້ປະກອບການຊື້ສັດ-ຂາຍຊີ້ນ, ຜູ້ຈໍາຫນ່າຍຊີ້ນຫມູຕາມຮ້ານແຜງລອຍໃນຕະຫລາດ. ເລື່ອງການກໍານົດລາຄາຂາຍຍົກ-ຂາຍຍ່ອຍຊີ້ນຫມູ ຄື: ລາຄາຫມູ ຫນ້າຟາມ ຊື້-ຂາຍ ບໍ່ໃຫ້ຂາຍເກີນ 18 ພັນກີບ/ກິໂລ, ລາຄາຂາຍຍົກທັງຕົວ ທີ່ໄດ້ຊ້າຄົວ ແລະ ຊຳແຫລະ ເປັນຊີ້ນ ລວມສູງສຸດບໍ່ໃຫ້ເກີນ 21 ພັນກີບ/ກິໂລ, ສຳລັບລາຄາຂາຍຍ່ອຍລູກຂຽງໃຫ້ຜູ້ບໍລິໂພກຢູ່ຕະຫລາດ ຊີ້ນຫມູປະເພດຫນຶ່ງ ( ຊີ້ນກ້ອນ, ດູກຂ້າງ, ຊີ້ນສາມຊັ່ນ ) ລາຄາສູງສຸດ 33 ພັນກີບ-ກິໂລ ແລະ ຊີ້ນຫມູປະເພດ ສອງ ລາຄາສູງສຸດ ບໍ່ໃຫ້ເກີນ 30 ພັນກີບ/ກິໂລ.
ການອອກແຈ້ງການຫລຸດລາຄາຊີ້ນຫມູໃນຄັ້ງນີ້ ແນໃສ່ຊຸກຍູ້ສົ່ງເສີມຜູ້ດຳເນີນທຸລະກິດການຜະລິດ ຜູ້ຊີ້-ຜູ້ຂາຍ ແລະ ເປັນການປົກປ້ອງສິດຜົນປະໂຫຍດ ຜູ້ຊົມໃຊ້ ໃຫ້ມີຄວາມຍຸຕິທຳ ບົນພື້ນຸານກົນໄກຕະຫລາດ, ຫລີກລ້ຽງການເອົາລັດ ເອົາປຽບ ກັນ ລະຫວ່າງ ຜູ້ຊື້້ ແລະ ຜູ້ຂາຍ ທັງຮັບປະກັນໃຫ້ສັງຄົມ ມີຄວາມສະຫງົບ.
Editor: ກຳປານາດ ລັດຖະເຮົ້າ