ກາງເດືອນກັນຍາ 2017 ນີ້,ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂເຂດຊາຍແດນເຊື່ອມຕໍ່ລະຫວ່າງ ເມືອງ ກັບ ເມືອງ ຂື້ນ ໂດຍການເປັນປະທານຂອງ ທ່ານ ວົງໄຊ ໄຊຍະຈັກ ຮອງເຈົ້າເມືອງໆເຊໂປນ,ທ່ານ ພອນຄຳ ໄຊຍະສົມບັດ ຫົວໜ້າພະແນກພາຍໃນແຂວງ,ມີບັນດາທ່ານຜູ້ຕາງຫນ້າເມືອງໃນ 08 ຕົວເມືອງປະກອບມີ ເມືອງເຊໂປນ, ວິລະບູລີ, ອາດສະພອນ, ພະລານໄຊ, ເມືອງພີນ, ຊົນບູລີ, ເມືອງນອງ ແລະ ທ່າປາງທອງ, ພ້ອມດ້ວຍຄະນະກຳມະການການແກ້ໄຂເຂດຊາຍແດນເຊື່ອມຕໍ່ຂັ້ນເມືອງ 08 ຕົວເມືອງເຂົ້າຮ່ວມ,ໃນທີ່ປະຊຸມບັນດາຄະນະກຳມະການແຕ່ລະເມືອງກໍ່ໄດ້ມີການຈັດກຸ່ມໃນການປຶກສາຫາລືກ່ຽວກັບການແກ້ໄຂເຂດຊາຍແດນເຊື່ອມຕໍ່ ລະຫວ່າງ ເມືອງກັບເມືອງ ເພື່ອເຫັນດີແລະເປັນເອກະພາບກັນ, ຫຼັງຈາກປຶກສາຫາລືເປັນເອກະພາບກັນແລ້ວກໍ່ຈະນໍາເອົາຂໍ້ມູນທີ່ໄດ້ພ້ອມກັນເຫັນດີນັ້ນນຳໄປແຈ້ງເຜີຍແຜ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງເລກທີ 56/ນຍ ໃຫ້ພໍ່ແມ່ປະຊາຊົນຂອງຕົນໃຫ້ຮັບຮູ້ເຂົ້າໃຈ ແລະ ໃຫ້ມີປະສິດທິຜົນສູງ ແລະ ທັນກັບເວລາທີ່ໄດ້ກຳນົດໄວ້.
Editor: ກຳປານາດ ລັດຖະເຮົ້າ