ພິທີ ປະກາດແຕ່ງຕັ້ງ ທ່ານ ເຢຍຢ່າງ ຢູປາວ ເປັນຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໝື່ນ, ທ່ານນາງ ໄກ່ແກ້ວ ເລີດກຸນນະວົງ ເປັນຫົວໜ້າໜ່ວຍງານຈັດຕັ້ງ ບໍລິຫານ ແລະ ການເງິນ ຫ້ອງວ່າການປົກຄອງເມືອງໝື່ນ ແລະ ທ່ານ ພອນແກ້ວ ສີວະບຸນເພັງ ເປັນຫົວໜ້າໜ່ວຍງານ ກໍ່ສ້າງຮາກຖານການເມືອງ ທີ່ຂຶ້ນກັບຫ້ອງວ່າການປົກຄອງເມືອງໝື່ນ ໄດ້ຈັດຂຶ້ນໃນ ວັນທີ 19 ກັນຍາ 2017 ນີ້, ທີ່ ສະໂມສອນ ຫ້ອງວ່າການປົກຄອງເມືອງໝື່ນ, ແຂວງວຽງຈັນ ໂດຍການໃຫ້ກຽດ ເຂົ້າຮ່ວມ ຂອງ ທ່ານ ພູວອນ ບຸນວິໄລ ກຳມະການພັກແຂວງ ເລຂາພັກເມືອງ - ເຈົ້າເມືອງເມືອງໝື່ນ, ມີບັນດາຫົວໜ້າຫ້ອງການ ທີ່ກ່ຽວຂ້ອງ, ຫ້ອງການອ້ອມຂ້າງເມືອງ, ບັນດາ ທ່ານ ທີ່ຖືກແຕ່ງຕັ້ງ ແລະ ພະນັກງານວິຊາການຂອງຫ້ອງການກ່ຽວຂ້ອງເຂົ້າຮ່ວມພ້ອມພຽງ.
ໃນພິທີ ທ່ານ ຮົ່ວຊົ່ງ ລາຈືຕຸກີ ຮອງຫົວໜ້າຄະນະຈັດຕັ້ງເມືອງໝື່ນ ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າເມືອງ ເມືອງໝື່ນ ສະບັບເລກທີ ຂອງເຈົ້າເມືອງ ເມືອງໝື່ນ ສະບັບເລກທີ 240 ລົງວັນທີ 20 ກໍລະກົດ 2017 ວ່າດ້ວຍ ການແຕ່ງຕັ້ງ ຮອງຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງໝື່ນ, ຂໍ້ຕົກລົງຂອງເຈົ້າເມືອງ ເມືອງໝື່ນ ສະບັບເລກທີ 266 ແລະ ສະບັບເລກທີ 287 ສະບັບລົງວັນທີ 12 ກັນຍາ 2017 ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າໜ່ວຍງານທີ່ຂຶ້ນກັບຫ້ອງວ່າການປົກຄອງເມືອງໝື່ນ. ໂອກາດນີ້ ທ່ານ ພູວອນ ບຸນວິໄລ ທ່ານ ພູວອນ ບຸນວິໄລ ກຳມະການພັກ ແຂວງ ເລຂາພັກເມືອງ - ເຈົ້າເມືອງເມືອງໝື່ນ ໄດ້ໃຫ້ກຽດໂອ້ລົມ ເຊິ່ງ ທ່ານ ໄດ້ເນັ້ນໜັກ ໃຫ້ ບັນດາທ່ານ ທີ່ຖືກແຕ່ງຕັ້ງ ໃນຄັ້ງນີ້ ຈົ່ງຄົ້ນຄວ້າ ຮ່ຳຮຽນ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ພ້ອມທັງເອົາໃຈໃສ່ ຍົກສູງສະຕິຄວາມຮັບຜິດຊອບ ຕໍ່ໜ້າ ທີ່ວຽກງານຂອງຕົນເອົງຂຶ້ນຕື່ມ ໂດຍຍຶດໝັ້ນ ຫຼັກການ ລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ແລະ ມອບໝາຍບຸກຄົນຮັບຜິດຊອບ. ເອົາໃຈໃສ່ ປະຕິບັດໜ້າທີ່ ວຽກງານຕາມພາລະບົດບາດ ແລະ ຕາມມະຕິຄຳສັ່ງທີ່ຄະນະພັກ ຂັ້ນເທິງມອບໝາຍໃຫ້ສຳເລັດທຸກປະການ.
ຖວທ ເມືອງຫມື່ນ
Editor: ກຳປານາດ ລັດຖະເຮົ້າ